LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ປະເທດຊາດຈະອອກຈາກຄວາມທຸກຍາກໃດ້ວິທີໃດ?


Senior Member

Status: Offline
Posts: 106
Date:
ປະເທດຊາດຈະອອກຈາກຄວາມທຸກຍາກໃດ້ວິທີໃດ?
Permalink   


ຄຳຄິດເຫັນຂອງທ່ານ ລາວຮັກລາວ
ປະເທດຊາດຈະ
ອອກຈາກຄວາມທຸກຍາກໃດ້ວິທີໃດ? ເປັນ

ໃດ້ໄປໃດ້ບໍທີ່ ສປປລ ຈະອອກຈາກຄວາມຍາກຈົນກ່ອນປີ 2020 ຫຼື ເປົ້າໝາຍ ທີ່ຄາດໄວ້ ຈາກ ລຖບ ສປປລ ເປັນພຽງແຜນການເສຖກິດພະເຈົ້າອະຣິຍະເມດໄຕໃນຄວາມຝັນ? Count down!!!
ຂພຈ ຂໍເຊື້ອເຊີນບັນດາ ນັກປັນຍາຊົນລາວ ນັກເສດຕະສາດລາວ ນັກທຸຣະກິດ ລາວ ນັກການເມືອງ ລາວ ສະມາຊິກ ສະພາແຫ່ງຊາດ ກັມມະກອນ Chauffeur ອີ່ຕຸກໆຈົ່ງ ວຍກັນແກ້ປິຣສນານີ້ (Solve this puzzle together) ພ້ອມໆກັນ. Give our readers
some better inputs. Thank you in advance.
Economic factors:
ຄືພວກເຮົາ ຫລາຍໆຄົນໃດ້ຮຽນຮູ້ ໃນຫ້ອງMarcoeconomics 6:E 001ການສ້າງເສຖ
ກິດຂອງຊາດເຮົາຈະຕ້ອງໄຊ້ສາມEconomic variables:
Let F(X)= production function respectively and let
L= Land ຊັບພະຍາກອນ, and then let
K= Capital ເງິນລົງທຸນ,
l=Labor
F(L,l,K) ແມ່ເປັນ independent variable ໃນການສ້າງເສຖກິດຂອງຊາດ.
ທຸກຄົນຮັບຮູ້ດີວ່າ ສປປລ ເຮົາຮັ່ງມີ ອຸດົມຊົມພອນເຕັມໄປດ້ວຍຊັບພະຍາກອນທັມມະຊາດ ນາໆ ຊະນີດ.ໃນຄະນະດຽວກັນນັ້ນ ພວກເຮົາກໍເຂົ້າໃຈ ວ່າການລົງທືນຢູ່ ສປປລ ຂອງຕ່າງ
ປະເທດ (Direct Foreign Investment) ນັບວ່າ ຫລວງຫລາຍlສົມຄວນຕໍ່ຫົວຄົນ. ຄືເຮົານຳ
ສາຍເບັດຜຽກມາເຖີງຈຸດນີ້ ສປປລ ເຮົາມີທັງ (K) and (L) ແຕ່ຫາກ ປທຊ ຍັງທຸກຍາກຢູ່
ເຮົາຕ້ອງຖາມເຮົາເອງວ່າ What wentwrong? ມີຊັບພະຍາກອນທັມມະຊາດ ແລະມີເງິນ
ລົງທຸນແລ້ວບໍ່ໃດ້ໝາຍຄວາມວ່າ ປທຊ ຈະຮັ່ງມີ. ອັນນີ້ໃຫ້ພີ່ນ້ອງທ່ານ ຜູ້ອ່ານເຂົ້າໃຈ.ໃນສັບເສດ
ຕະສາດ ເພີ່ນເອີ້ນວ່າ Fallacy of assumption. ໃຫ້ພີນ້ອງທ່ານ ຜູ້ອ່ານ ເຂົ້າໃຈອີກວ່າ
ຄວາມຮັ່ງມີຂອງ ປທຊ ບໍ່ໃດ້ລົ່ນລົງມາແຕ່ເທີງຟ້າ ຄືໝາກເຫັບ ແລະກໍພະຍານາກ ກໍແກ້ໃຂໃຫ້
ເຮົາບໍ່ໃດ້ ຫາກ ລາວເຮົາເອງ...ບໍ່ຊ່ວຍລາວເຮົາເອງ ແກ້ໃຂ.
ບໍ່ຕ່າງຫັຍງກັບເຮົາເຮັດຊົ໋ວໄກ່ ຫາກນ້ຳຕົ້ມຍັງບໍ່ແຊບ ແລ້ວ ແກງ ນັ້ນຂາດ ຫັຍງ? ຈະປຸງໄຫ່ມ
ແນວໃດຈຶ່ງຈະໃຫ້ ຣົດຊາດນ້ຳແກງ ອະຣ່ອຍຂື້ນ?
ນຶ່ງໃນຄຳຕອບຄື: ເຮົາຂາດຊັບພະຍາກອນມະນຸສ. ຊັບພະຍາກອນມະນຸສໃນທີ່ນີ້ແມ່ນເຮົາຂາດເທີງ
1). Technical skill labor, 2). Professional.
(1)+(2) are the MAIN ECONOMIC ENGINE of society.
(1)+(2) ນີ້ຄື ຢາສັ່ງ ສະມຸນໄພທຳອິດ ( ບາດກ້າວທຳອິດ)ທີ່ຈະຊ່່ວຍ ເສຖກິດຂອງ ປທຊ ໃຫ້ ມີການຂະຫຍາຍໂຕຢ່າງວ່ອງໄວ. We got to know how first.
ຕໍ່ໄປ ຜູ້ຂ້າ ຈະຕ້ອງ ປະໂອກາດໃຫ້ ພີ່ນ້ອງລາວຄົນອື່ນມາ ປະທະຄາຖາ ໂດຍສະເພາະ ພີ່
ນ້ອງລາວໃນ ເພີ່ນຈະວ່າແນວໃດ? ເຫັນບັນຫາຢູ່ແບບດຽວກັນບໍ? ພາກວິໃຈຂອງ ຜຂ ຫາກໍເລິ້ມ X-Ray film ສື່ໆເດີ. Chauffer un peu.ຍັງບໍ່ທັນໃດ້ປາດເທືອ່. ສາວດວງແພງ ອໍ້ຍັງບໍ່ທັນຂື້ນ..ຖ້າແຄນກ່ອນ..ກັບເຫົ້ລາຂາວ ບ້ານທ່າຕານມາກ່ອນ.
ຮັກແພງ,ລາວຮັກລາວ


__________________

addesign.gif



Senior Member

Status: Offline
Posts: 106
Date:
RE: ປະເທດຊາດຈະອອກຈາກຄວາມທຸກຍາກໃດ້ວິທີໃດ?
Permalink   


ຂພຈ ດີໃຈ ທີ່ເຫັນນັກວິຊາການ ໃຫ້ຄວາມສຳຄັນໃນການພັດທະນາປະເທດ ບັນດາທ່ານຜູ້ຮູ້ທັງຫລາຍ ການໃຫ້ຄວາມເຫັນ ໃນທາງວິຊາການ ໂດຍມີການຍົກເຫດແລະຜົນ ມາອ້າງອີງນັ້ນ ມັນແມ່ນການ ໃຫ້ຄຳຄິດເຫັນທີ່ດີ ແຕ່ອະຄະນະແລະຄວາມນຶກຄິດ ທີ່ທຽງທຳ ແລະການເບິ່ງບັນຫາຢ່າງເປັນການນັ້ນ ມັນຈະເຮັດໃຫ້ຄິດຄິດເຫັນຂອງພວກທ່ານ ໜ້າອ່ານ ແລະໜ້າສົນໃຈ.

ທ່ານ ລາວຮັກລາວທີ່ເຄົາລົບ ຂພຈ ເປັນຜູ້ໜຶ່ງທີ່ຕິດຕາມຄວາມຄິດເຫັນຂອງທ່ານມາຕະຫລອດ ເຖີງແມ່ນວ່າ ຂພຈ ບໍ່ແມ່ນລາວ ໃນແຕ່ ຂພຈ ຍັງຍຶດຖືຄວາມຖືກຕ້ອງ ແລະເບີ່ງບັນຫາດ້ວຍຄວາມເປັນຈິ່ງ.

ການທີ່ ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍຕາມທີ່ໄດ້ກຳນົດໄວ້ນັ້ນ ຫລືບໍ່ ມັນກໍ່ເປັນເລື່ອງອານາຄົດ ເຊຶ່ງແຜນທຸກແຜນ ທີ່ວາງໄວ້ ແລະກຳລັງຈະປະຕິບັນນັ້ນ ແມ່ນໄດ້ມີການປະເມີນຜົນໄປຕາມໄລຍະ. ຂພຈ ຄິດສະເໜີວ່າ ລັດຖະບານທຸກປະເທດ ແມ່ນມີຈຸດປະສົງເປົ່າໝາຍ ແມ່ນເຮັດໃຫ້ປະຊາຊົນໃນຊາດຂອງຕົນມີຄວາມສຸກ ຢຸ່ດີກິນດີ ແລະສັງຄົມມີສີວິໄລ.

ຂພຈ ຄິດວ່າ ການທີ່ຈະເຫັນໃຫ້ປະຊາຊົນຫລຸດພົນອອກຈາກຄວາມທຸກຍາກໄດ້ນັ້ນ ແມ່ນ ການມີວຽກເຮັດງານທຳ ມີລາຍໄດ້ ແລະມີຊີວິດການເປັນຢຸ່ທີ່ດີ.

ດ້ວຍຄວາມນັບຖື
ໂລນາ


__________________

addesign.gif



Member

Status: Offline
Posts: 10
Date:
RE: ປະເທດຊາດຈະອອກຈາກຄວາມທຸກຍາກໃດ້ວິທີໃດ?
Permalink   


Suchen Sie hier kaufen wow geld
Safe, Faste, billig, wow geld

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard