LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
ຈໍາພອນ...

Date:
** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
Permalink   


ຂນະນີ້.ພວກກໍາອໍານາດພັກ-ລັດຢູ່ໃນປະເທດລາວກໍາລັງຜະເຊີນໜ້າກັບບັນຫານຶ່ງບໍ່ຮູ້ຈະແກ້ໄຂດ້ວຍວິທີ່ໃດ.
ນັ້ນ ກໍຄືເອກະສາຣ ແລະໃບອະນຸຍາດຕ່າງຂອງທາງຣາຊການ ທີ່ຣະບາດໄປທົ່ວປະເທດ ໂດຍແຍກບໍ່ອອກວ່າ
ອັນໃດເປັນຂອງແທ້ ຂອງປອມ ທັງນີ້ກໍ່ເພາະໃນຣະຍະ 2-3 ປີທີ່ຜ່ານມາ  ມີພວກຫົວໄສຈໍານວນນື່ງຫາກິນ
ດ້ວຍການອອກໃບອະນຸຍາດນາໆຊນິດນັບແຕ່ປາຕັງການຄ້າ.  ໃບອະນຸຍາດສົ່ງສິນຄ້າ-ເຂົ້າອອກຍົກເວັ້ນພາສີ
ໃບອະນຸຍາດພິເສດສໍາຣັບສົ່ງໄມ້ທ່ອນ-ໄມ້ສໍາເລັດຣູບໄປຍັງຕ່າງປະເທດຈົນເຖິງໃບທະບຽນຣົດໃຫ່ຍຣົດຈັກ
ແລະໃບຂັບຂີ່ ທຸກສິ່ງທຸກອັນຊື້ຂາຍກັນໄດ້ໃນຣາຄາພືງພໍໃຈ ແກ່ 2 ຝ່າຍ.

__________________


Senior Member

Status: Offline
Posts: 106
Date:
RE: ** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
Permalink   


ມັນກໍ່ມີຂາຍກັນແທ້ບໍ່ທ່ານ ຈຳພອນ ຫລືວ່າ ເປັນຂ່າວເວົ້າຕໍ່ປາກກັນມາຊື່ໆ ຖ້າຫາກມີມູນຄວາມຈິ່ງ ຕຳຫລວດ ກໍ່ຄວນ ປ້ອມລອກຊື້ ເພື່ອຈຳມາລົງໂທດໂລດພວກ ກິນບ້ານກິນເມືອງ ແລະສ້າງຄວາມວຸຍວາຍໃນສັງຄົມ.

ໂລນາ


__________________

addesign.gif

Anonymous

Date:
RE: ** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
Permalink   


Admin wrote:

ມັນກໍ່ມີຂາຍກັນແທ້ບໍ່ທ່ານ ຈຳພອນ ຫລືວ່າ ເປັນຂ່າວເວົ້າຕໍ່ປາກກັນມາຊື່ໆ ຖ້າຫາກມີມູນຄວາມຈິ່ງ ຕຳຫລວດ ກໍ່ຄວນ ປ້ອມລອກຊື້ ເພື່ອຈຳມາລົງໂທດໂລດພວກ ກິນບ້ານກິນເມືອງ ແລະສ້າງຄວາມວຸຍວາຍໃນສັງຄົມ.

ໂລນາ




 ນ້ອງ ໂລນາ ທີ່ນັບຖື.

                ມັກກໍ່ມີລະຕິ. ບໍ່ຈັກພໍຄ້າ ແລະ ຕໍາຫລວດ ສອງຄົນທໍ່ກັນ. ແລະນ້ອງເອງກໍຄົງຈະຮູ້ຫລາຍກ່າວ

                  ອ້າຍ..



__________________


Newbie

Status: Offline
Posts: 4
Date:
RE: ** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
Permalink   


ທ່ານເຄີຍເບິ່ງໜັງ Face off ບໍ່ ອັນນັ້ນລະ ຕຳຫຼວດເປັນໂຈນ,ໂຈນເປັນຕຳຫຼວດ ບາດໄກ້ຈະຈົບເລື່ອງ ຈັກໄຜເປັນຕຳຫຼວດ ຈັກໄຜເປັນໂຈນ ມັນແຍກບໍ່ອອກ ສ້າງຕຳຫຼວດໄປຄ້າຢາເສບຕິດ ເພື່ອຈັບໂຈນ ສ້າງໂຈນມາເປັນສາຍໃຫ້ຕຳຫຼວດ ມັນຊິແຍກອອກຈັ່ງໃດ໋ ທ່ານ! ເອກກະສານກໍ່ຄືກັນ ສ້າງເອກກະສານປອມມາເປັນເອກກະສານແທ້ ສ້າງເອກກະສານແທ້ມາເປັນເອກກະສານປອມ ເອົາເຂົ້າໄປ. ຄືຜູ້ເຖົ້າເພີ່ນວ່າ: ຈັກພີ່ອ້າຍນຸ່ງສີ້ນນະສາວ ຈັກນະສາວນຸ່ງຜ້າພີ່ອ້າຍ ຣ້າຍທັງສອງ!!!ທາງການລາວຕ້ອງເຈັບຫົວໄປອີກ
ນານຖ້າບໍ່ເດັດຂາດກ່ວານີ້ເພາະພວກສວຍໂອກາດມັນມີຫຼາຍແຖມສະໝອງເພັດອີກດ້ວຍ. ບາງຄັ້ງພະນັກງານລັດທີ່ເຊັນເອກກະສານໄປນັ້ນກໍ່ບໍ່ຮູ້ຊໍ້າວ່າມັນເປັນຂອງປອມເພາະມັນຄືຂອງ
ແທ້ ຄືສຳເອື້ອຍກັບນ້ອງ ຄືສຳລູກຝາແຝດ ເຜີ ໆ ເອກກະສານປອມດູດີກວ່າເອກກະສານແທ້ຊໍ້າ
.



__________________
james


Member

Status: Offline
Posts: 10
Date:
RE: ** ເອກະສາຣແທ້ ຫລື ເອກສາຣປອມ ..ໃນປະເທດລາວ..
Permalink   


ແມ່ນແທ້ລະບໍ, ພວກເຮົາທີ່ຝອຍກັນມາເປັນວົນໆນີ້ກໍ່ບໍ່ຈັກວ່າໃຜເວົ້າຖືກ,ໃຜເວົ້າຜິດ, ໃຜເວົ້າຍອກ, ຫຼືໃຜເວົ້າແທ້. ມັນກໍ່ຕາມຯກັນໄປ
ເສືອເພີ່ງໝາ ກາເພີ່ງແຫ້ງຈັ່ງຊີ້ລະ!

__________________
snp
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard