LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: Cost and Benefit of Savan Vegas Casino in Savannakhet


Senior Member

Status: Offline
Posts: 106
Date:
Cost and Benefit of Savan Vegas Casino in Savannakhet
Permalink   


ຜົນ​ປະ​​ໂຫຍ​ດ ​ແລະ​ຕົ້ນ​ທຶນ​ ຂອງໂຄງການສະຫວັນເວກັດ ແລະ ກາຊີໂນ ຢູ່ແຂວງສະຫວັນນະເຂດຫຼາຍທ່ານກໍ່​​ຄົງ​ຈະດີ​ໃຈ​ທີ່​ແຂວງ​ສະຫວັນ​ນະ​ເຂດ​ມີ​ໂຄງການ​ໃຫຍ່​ ​ແລະ​ກໍ​ຍັງມີອີ​ກຫຼາຍທ່ານ​ທີ່​ບໍ​ເຫັນ​ດີ​ໃຫ້ມີ​ການ​ສ້າງ​ໂຄງການ​ດັ່ງກ່າວ. ຕາມ​ຄວາມ​ຄິດ​ເຫັນ​ຂອງ ຂພຈ ​ແລ້ວ ​ໂຄງ​ການສ້າງ ກາ​ຊິ​ໂນ ນັ້ນ​ມັນ​ມີ​ທັງ​ຜົນ​ດີ ​ແລະ​ຜົນ​ເສຍ​ປະ​ກອບ​ກັນໄປ ​ແຕ່​ວ່າ​ຜົນ​ປະ​​ໂຫຍ​ດ ຈະ​ຫຼາຍກວ່າ ຜົນ​ກະທົບ​ທາງ​ລົບ ຫຼືບໍ່​ນັ້ນ ​ແມ່ນ​ຈະ​ຂຶ້ນກັບ​ການ​ດຳ​ເນີນ​ການ​ຂອງ​ໂຄງການ ​ແລະ​ການ​ບໍລິຫານ​ຂອງ​ລັດຖະບານ​ທອງ​ຖິນ. ​ແຕ່​ອີງຕາມ​ການ​ສຶກສາ​ຂອງຫຼາຍໆ​ປະ​ເທດ​ຂອງ​ນັກ​ວິ​ໄຈ​ທັງ​ຫຼາຍພົບ​ວ່າ ຜົນ​ກະທົບ​ທາງ​ລົບ ຫຼືວ່າ​ຕົ້ນທຶນ​ນັ້ນ​ແມ່ນ​ສູງ​ກວ່າ ຜົນ​ປະ​ໂຫຍ​ດ ປະມານ 1.9 ​ເທົ່າ. ​ແຕ່​ເຖີງຢ່າງ​ນັ້ນ​ກໍ່ຕາມ ປະ​ໂຫຍ​ດອັນ​ພົນເດັ່ນທີ​ພວກ​ເຮົາ​ສາມາດ​ພໍ​ຈະ​ເຫັນ ​ແລະ​ຄາດ​ຄະ​ເນ​ໄດ້​ມີ​ດັ່ງ​ນີ້: -         ບໍລິສັດ​ຜູ້​ຖືຫຸ້ນຈະ​​ໄດ້​ຮັບ​ກຳ​ໄລ ​ແລະ​​ເງິນ​ປັນ​ຜົນ-         ​ໂຮງ​ແຮມ, ຮ້ານ​ອາຫານ, ສະ​ຖາ​ບັນ​ແຫຼ່ງບັນ​ເທິງ​ຕ່າງໆ ກໍ​ຈະ​ໄດ້​ປະ​ໂຫຍ​ດຈາກ​ບັນດາ​ລູກ​ຄ້າ ​ແລະ​​ແຂກ​ຈາກ​ຕ່າງປະ​ເທດ.-         ສາມາດ​ສ້າງ​ອາຊີບ​ໃຫ້​ຄົນ​ພາຍ​ໃນ​ທອງ​ຖິ່ນ ​ແລະ​​ແຂວງ​ອ້ອມ​ຂ້າງ​ (ຫຼາຍກວ່າ 500 ຄົນ)-         ສາມາດ​ຫລຸດຜ່ອນ​ລາຍ​ຈ່າຍ​ສະ​ຫວັດ​ທີ​ການ​ສັງຄົມ​ຂອງ​ລັດບາງ​ຢ່າງ​ເຊັ່ນ: ສະຫວັດດີ​ການ​ຕໍ່​ຄອບຄົວ​ທຸກ​ຍາກ ບໍ່​ມີ​ວຽກ​ເຮັດ, ຂາຍ​ສິນຄ້າ​ບໍ່​ໄດ້, ​ແລະ​ເງິນ​ອຸດ​ໜູນ​ອື່ນໆ.-         ມີ​ສະຖານ​ບັນ​ເທີ​ງ ​ແລະບ່ອນ​ພັກ​ຜ່ອນຢ່ອນ​ອາລົມ​ເພີ່ມ​ຂຶ້ນ.-         ​ເພີ່ມ​ມູນ​ລະ​ຄ່າ​ເພີ່ມ​ໃຫ້​ແກ່​ສັບ​ສິນ ​ເຊັ່ນ: ທີ່​ດີ​ນ ​​ອາຄານ ​ແລະ​ເຮືອນ​ຊານ​ຂອງ ປຊຊ ທີ່ຢູ່​ອ້ອມ​ຂ້າງ.-         ລັດຖະບານ​ທອງ​ຖິ່ນ​ສາ​ມາດ​ເກັບ​ພາສີ ອາ​ກອນ​ຈາກ​ໂຄງການ​ດັງ​ກ່າວ ​ແລ້ວ​ນຳ​ໄປ​​ໃຊ້​ຈ່າຍ​ໃຫ້​ເກີດ​ປະ​ໂຫຍ​ດ​ແກ່​ສັງຄົມ​ເພີ່ມ​ຂຶ້ນ ​ເຊັ່ນ: ສ້າງ​ໂຮຽຮຽນ ​ໂຮງໝໍ ​ແລະ​ສິງ​ອຳນວຍ ຄວາມ​ສະ​ດວກ​ຕ່າງໆ.-         ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ທຸລະ​ກິດ​ທີ່​ກ່ຽວຂ້ອງກັບ​ໂຄງການ​ໂດຍ​ທາງ​ອ້ອມ​ເຊັ່ນ ​ປຊຊ ອ້ອມ​ຂ້າງ​ສາມາດ​ສະ​ໜອງ ວັດ​ຖູ​ດິບ​ໃຫ້​ແກ່ ໂຮງ​ແຮມ ຮ້ານ​ອາ​ຫານ ​ແມ່ນ​ຕ້ອງການ-         ​ແລະ​ອື່ນໆ​ອີກ.​ແຕ່​ຄຽງ​ຄູ່​ກັບ​ຈຸດ​ດີດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ​ນັ້ນ ມັນ​ກໍ່​ຍັງ​ມີ​ຜົນ​ກະທົບ​ທີ່​ພວກ​ເຮົາ​ບໍ່​ຢາກ​ໃຫ້​ເກີດ​ຂຶ້ນ​ໂດຍ ຫຼີກ​ລ້ຽງ​ບໍ່​ໄດ້​ເຊັ່ນ:-         ບັນຫາ​ທີ່​ເກີດ​ຂຶ້ນກັບ​ໂຮງ​ແຮມ ​ແລະ​ຮ້ານ​ອາຫານ​ເກົ່າ​ທີ່​ມີ​ຢູ່​ແລ້ວ ອາດ​ຂາດ​ລູກ​ຄ້າ ​ເນື່ອງ​ຈາກ​ລູກ​ຄ້າ​ຫັນ​ໄປ​ໃສ່​ບໍລິການ​​ໂຄງການ​ໃໝ່​ໝົດ. ​ເຮັດ​ໃຫ້​ຄົນ​ຕົກ​ງານ​ເພີ່ມ​ຂຶ້ນ.-         ​ເກີດ​ບັນຫາ​ສັງຄົມ ຄົນ​ຕິດ​ການ​ພະ​ນັ້ນ ​ເປັນ​ໜີ້​ສິນ​ເພີ່ມ​ຂຶ້ນ ພາ​ໃຫ້​ຈຳນວນ​ຄົນ​ທຸກ​ຍາກ​ເພີ່ມ ຂຶ້ນ. ນຳ​ໄປ​ສູ່​ການ​ປຸ່ນຈີ ​ແລະ​ຂີ້ລັກ​ມັກ​ແງະ ສ້າງ​ຄວາມ​ວຸ່ນວາຍ ​ແກ່​ສັງຄົມ.-         ລັດ​ຖະບານ​ຕ້ອງ​ເພີ່ມ​ລາຍ​ຈ່າຍ​ໃນ​ການ​ຮັກສາ​ຄວາມ​ປວດ​ໄພ ​ແລະ​ສິ່ງ​ອຳ​ນວຍ​ຄວາມ ສະ​ດອກ​ຕ່າງໆ ຫຼາຍຂຶ້ນ. -         ​ແລະ​ອື່ນໆ ອີກ.

 

ສະ​ນັ້ນ ຈະ​​ເຫັນ​ໄດ້ວ່າ ມັນ​ຈະ​ມີ​ທັງ​ຜົນ​ໄດ້ ​ແລະ​ຜົນ​ເສຍ ​ເຊີງ​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ຍອມ​ແລກ​ກັນ​ມັນ ​ແຕ່​ຂພຈ ຄາດ​ວ່າ ​ໂຄ​ງການ​ດັ່ງ​ກ່າວ​ຈະ​ເປັນ​ຈຸດ​ດຶງ​ດູດ​ລູກ​ຄ້າ ນັກ​ທອງ​ທ່ຽວ​ທັງ​ເພື່ອນ​ບ້ານ ​ແລະ​ຈາກ​ປະ​ເທດ​ຕ່າງໆ ​ໃຫ້​ເຂົ້າມາ​ທ່ຽວ​ຊົມ ​ແລະ​ໃຊ້​ຈ່າຍ​ພາຍ​ໃນ​ປະ​ເທດ​​ເພີ່ມ​ຂຶ້ນ. ​ແຕ່​ເປັນ​ໜ້າ​ເສັຍ​​ດາຍ​ທີ່​ລັດຖະບານ​ຖື​ຫຸ່ນ​ພຽງ 20 ​ເປີ​ເຊັນ ​ໃນ​ຂະນະ​ທີ່ ບໍລິສັດ SANUM INVESTMENTS ​ເປັນ​ຜູ້​ຖື​ຫຸ່ນ​ລາຍ​ໃຫຍ່ 60% ​ແລະ ອີກ 10% ​ແລະ 10% ​ເປັນ​ເອກະ​ຊົນ​ລາວ. ຖ້າ​ຫາກ​ທ່ານ​ຍັງ​ສົງ​ໃສ ວ່າ​ສອງ​ບໍລິສັດ​ເອກະ​ຊົນ​ດັ່ງກ່າວ​ມີ​ສ່ວນ​ກ່ຽວ​ຂັອງກັບ ພວກ​ພ້ອງ​ຍາດ​ພີ້​ນ້ອງ ກັບ​ນັກ​ການ​ເມືອງ ບໍ​ນັ້ນ ບັນດາ​ທ່ານ ກໍ່​ສາມາດ​ສອບ​ຖາມ​ໄດ້. ​ແລ້ວ​ຢ່າ​ລື້​ມມາ​ເລົ່າ​ສູ່​ກັນ​ຟັງ​​ເດີ.


ໂດຍ: ທ່ານ ນາງ ໂລນາ ມາລີ
 



__________________

addesign.gif



Member

Status: Offline
Posts: 10
Date:
RE: Cost and Benefit of Savan Vegas Casino in Savannakhet
Permalink   


wowgold Store hei?en Sie willkommen
Willkommen bei gold für wow kaufen Webseite
Safe, Faste, billig, wow gold kauf


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard