LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ


Senior Member

Status: Offline
Posts: 106
Date:
ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


ໃນນາມ ປະຊາຊົນລາວ ທົ່ວໂລກ ຂໍຮຽກຮ້ອງ ໃຫ້ ເອົາພະບາງຄືນມາ ປະເທດລາວ, ໃຫ້ ທະຫານ ວຽດນາມ ອອກຈາກ ປະເທດລາວ, ໃຫ້ ປ່ຽນແປງ ຣະບອບ ຜະເດັດການ ມາເປັນ ປະຊາທິປະໄຕ ໃນປະເທດລາວ

ອົງການ ຮ່ວມພະລັງລາວ, ອົງການ ຮ່ວມພະລັງ ຕໍ່ສູ້ ເພື່ອປະຊາທິປະໄຕ ໃນລາວ ທີ່ ສະຫະຣັດ ອາເມຣິກາ ໄດ້ຈັດຕັ້ງ ການປະທ້ວງ ໃນໂອກາດ ປີໃໝ່ລາວ ຢູ່ ຕໍ່ໜ້າ ສະຖານທູດ ສປປລາວ ທີ່ ນະຄອນຫລວງ Washington DC ໃນມື້ ວັນເສົາ ທີ 3, 2008 ນີ້.

ທ່ານ ບຸນທັນ ຣັດທິຍະ ປະທານ ຄະນະ ບໍຣິຫານ ສູນກາງ ອົງການດັ່ງກ່າວ ກ່າວເຖີງ ຈຸດປະສົງ ແລະ ຄວາມສໍາຄັນ ຂອງການປະທ້ວງໃນຄັ້ງນີ້ວ່າ:

“ການປະທ້ວງ ເທື່ອນີ້ ຫັ້ນນາ, ແມ່ນ 1. ເຮົາຮຽກຮ້ອງ ເອົາພະບາງຄືນມາ, 2. ຮຽກຮ້ອງ ໃຫ້ທະຫານ ວຽດນາມ ອອກຈາກ ປະເທດລາວ ໂດຍດ່ວນ, 3. ໃຫ້ຣັຖບານ ລາວແດງ ປ່ຽນແປງ ຣະບອບ ຜະເດັດການ ມາເປັນ ປະຊາທິປະໄຕ. ໃນການ ປະທ້ວງ ເທື່ອນີ້, ແມ່ນ ການປະທ້ວງ ຮ່ວມໄມ້ ຮ່ວມມື 4 ຊາດ, ມີ: ຈີນເສລີ, ຂເມນ ເສລີ, ວຽດນາມ ເສລີ, ນອກຈາກນັ້ນ ມີ: ຜູ້ຕາງໜ້າ ແຕ່ລະລັດ ມາຮ່ວມ ເກືອບໝົດທຸກລັດ. ພວກເດີນທາງ ມາຮ່ວມ ບໍ່ໄດ້ ຫັ້ນ, ກະມີ: ຜູ້ຕາງໜ້າ ປະຊາຊົນລາວ ຢູ່ປະເທດ ຟຣັ່ງເສດ ການາດາ ໂອສຕຣາລີ ເຮັດການປະທ້ວງ ມາຮ່ວມ. ເຫັນວ່າ ການປະທ້ວງ ມື້ນີ້ ແມ່ນມີ ຄວາມສຳຄັນ ທີ່ສຸດ ໃນ ປະຫວັດສາດ ທີ່ວ່າ ພວກເຣົາ ໄດ້ເຮັດມາ.”

ແລະວ່າ ໃນລະຍະ ດໍາເນີນ ການປະທ້ວງ ຜູ້ຕາງໜ້າ ຂອງອົງການວຽດນາມ, ກໍາພູຊາ ແລະ ຈີນເສຣີ ກໍໄດ້ກ່າວ ຢືນຢັນ ສນັບສນູນ ການຕໍ່ສູ້ ເພື່ອ ປະຊາທິປະໄຕ ຂອງ ປະຊາຊົນລາວ.

ພ້ອມກັນນັ້ນ ທ່ານ ພູຂຽວ ຂາວຈອນທັນ ນຶ່ງໃນບັນດາ ຜູ້ເຂົ້າຮ່ວມການປະທ້ວງ ກໍໄດ້ ສະແດງ ຄວາມຄິດ ຄວາມເຫັນ ກ່ຽວກັບ ຣັຖທັມມະນູນ ແລະ ການເລືອກຕັ້ງ ຢູ່ ສປປລາວ ໃນຕອນນຶ່ງ ວ່າ:

“ເພິ່ນມີ ກົດ ຣັຖທັມມະນູນ ລຽບລ້ອຍແລ້ວ, ເພິ່ນເລີຍບໍ່ເວົ້າ ໄປຕາມກົດ. ສົມມຸດວ່າ ຊິໄປເລືອກ ຜູ້ແທນ, ທາງພັກ ຫັ້ນ ຊີ້ນຳໄວ້ແລ້ວ ໃຫ້ ປະຊາຊົນເລືອກ. ປະຊາຊົນ ຜູ້ໄປເລືອກ ບໍ່ໄດ້ເສັ໋ຍ ຜູ້ມັກຫັ້ນນາ,ເພິ່ນບໍ່ໃຫ້ເອົາ. ແລ້ວບັດນີ້,ເລືອກບໍ່ທັນແລ້ວ,ລະ,ຄະແນນ ອອກກ່ອນ ແລ້ວ. ມັນປາຍຄວາມ ແນວໃດ. ພັກເລືອກຄົນ, ບໍ່ແມ່ນ ຄົນໄປ ເລືອກພັກ. ເລື້ອງອັນນີ້ ເພິ່ນເວົ້າ ມີສິດ ປາກເວົ້າ, ມີສິດ, ຂີດຂຽນ, ມັນບໍ່ແມ່ນ. ເພິ່ນເວົ້າ ຊື່ໆ. ສິດປາກ, ສິດເວົ້າ, ສິດຂີດ ສິດຂຽນ ມີໃຜແນ່. ຄືເພິ່ນຫັ້ນ ຄືວ່າ ເວົ້າແນວນຶ່ງ ເຮັດແນວນຶ່ງ ຫັ້ນແລ້ວ. ເພາະວ່າ ແກວຫັ້ນ ຊີ້ນຳ ໃຫ້ເພິ່ນເຮັດ, ເພິ່ນພໍເປັນແຕ່ຂັນຕລະບັດ.”

ການປະທ້ວງ ໃນ ວັນທີ 3 ພຶສພາ ນີ້ ຖືກເລື່ອນມາ ແຕ່ວັນ ທີ 19ເມສາ ຍ້ອນວ່າ ທາງສະຖານທູດ ສປປລາວ ໄດ້ເລື່ອນ ການສະຫລອງ ບຸນປີໃໝ່ລາວ ທີ່ໄດ້ ກໍານົດໄວ້ ວ່າຈະຈັດຂຶ້ນ ໃນ ວັນທີ 19 ເມສາ ມາໃສ່ ວັນທີ 3 ພຶສພາ; ແຕ່ກໍໄດ້ ຍ້າຍໄປໃສ່ ວັນທີ 17 ພຶສພາ ເພາະມີ ການປະທ້ວງ ນີ້, ຕາມຄໍາເວົ້າ ຂອງທາງອົງການ ຮ່ວມພະລັງ ຕໍ່ສູ້ ເພື່ອປະຊາທິປະໄຕ ໃນລາວ ທີ່ ສະຫະຣັດ ອະເມຣິກາ.

RFA.org



__________________

addesign.gif



Member

Status: Offline
Posts: 9
Date:
RE: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


It will become big issues between Lao refugees in US and Lao governemt. What will be happened next?

__________________


Member

Status: Offline
Posts: 10
Date:
RE: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


ຢາກຖາມວ່າ:ທ່ານຮູ້ແລະເຂົ້າໃຈຄຳວ່າປະຊາທິປະໄຕນັ້ນດີພຽງໃດ?
By philosophy;
By religion;
By war and peace;
By ism;
By ethic;
By ethnology;
By ethnopsychology.
Why you are using the inferiority words in your political campaign?

__________________
snp
Anonymous

Date:
RE: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


ສັດ!ຖ້າມືງບໍ່ແມ່ນຄົນລາວແທ້ ກະຄວນຮູ້ໃນບຸນຄຸນຂອງຊາດແນ່ເດີ.



__________________
Anonymous

Date:
RE: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


ຄືບໍ່ມາ ປະທ້ວງ ຢູ່ລາວພີ້ສະຫາຍກະບົດທັງຫຼາຍ



__________________


Member

Status: Offline
Posts: 10
Date:
RE: ປະທ້ວງ ສປປລາວ 3 ເງື່ອນໄຂ ຈາກ 4 ປະເທດ
Permalink   


all courses. Kicked out of school. Prepare Pop."

Two days later he received a response: "Pop prepared. Prepare yourself."
www.aliexpress.com/store/product/2013-Taurababe-summer-girl-T-shirt-freeshipping/109717_916976027.html

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard