ເຮືອນສ້າງບໍ່ແລ້ວ ເພິ່ນຢາກສ້າງໃຫ້ມີຫ້ອງນອນຄົບກັນ ລູກສາວຫລາຍຄົນ ແຕ່ປະສົບໄພການເງິນກ່ອນ
ກໍ່ເລີຍຕ້ອງສ້າງໄດ້ແຕ່ສອງຫ້ອງນອນ ນ້ອງນ້ອຍໄປນອນນຳພໍ່ແມ່ ເອື້ອຍສາວຄົນນອນຫ້ອງນຶ່ງ ສ່ວນຂ້ອຍ
ກັບນ້ອງຊາຍນອນຫ້ອງໂຖງ ຢາກອອກໄປນອນຫ້ອງນ້ອຍທີ່ເພິ່ນກຽມໃຫ້ແຂກນອນຍາມເຂົາມາພັກເຊົານຳ
ແຕ່ເພິ່ນບໍ່ອະນຸຍາດ ຢ້ານຂ້ອຍໄປທ່ຽວຫລິ້ນກາງຄືນ ຂຶ້ນມໍກ່ອນຈຶ່ງນອນຫ້ອງນັ້ນຄົນດຽວ.
ປົກກະຕິແລ້ວ, ພວກເອື້ອຍຂ້ອຍກໍ່ອັດປະຕູນອນ ແຕ່ບາງຄືນ ເອື້ອຍຂ້ອຍອອກມາກິນນ້ຳ ອັດບໍ່ແຈບ
ຂ້ອຍລຸກໄປຍ່ຽວ ຕອນນັ້ນວິດຂີ້ຢູ່ຕະລ່າງ ແຄມຮ່ອງນ້ຳ ປວດຂີ້ຈຶ່ງລົງໄປຂີ້ ປວດຍ່ຽວກໍ່ຍ່ຽວໃສ່ຍ້ຽງ
ຕື່ນເຊົ້າມາຈຶ່ງເອົາໄປຖອກ ສຳລັບຂ້ອຍກັບນ້ອງຊາຍອອກໄປຍ່ຽວຢູ່ຊານ ຍ່ຽວລົງຂີ້ສີກ ບາງຄືນເອື້ອຍຂ້ອຍ
ກໍ່ປຸກຂ້ອຍໄປຍ່ຽວຢູ່ຊານ ຍາກລຸກຫລາຍກໍ່ຈັບຍອກໂຄຍ ລາວຮູ້ວ່າຂ້ອຍແກ້ງຫລັບເລິກ ພໍຖືກຈັບຍອກ
ຂ້ອຍກໍ່ຟ້າວລຸກປຶບປັ໋ບໂລດ ຮາໆໆ...😂