LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ມື້ທໍ້ແທ້
Anonymous

Date:
ມື້ທໍ້ແທ້
Permalink   



ມື້ນີ້ຮູ້ສຶກທໍ້ແທ້ ບໍ່ຢາກລຸກຈາກບ່ອນນອນ ລຸກມາກໍ່ໄດ້ແຕ່ແຍງ
ເຮັດຫຍັງບໍ່ໄດ້, ແຕ່ກ່ອນຍັງໄດ້ບາຍເລັກໆນ້ອຍໆ ແຕ່ 2-3 ມື້ມານີ້
ຮູ້ສຶກວ່າ ນ້ອງໃພ້ປ່ຽນໄປ ຖາມຄຳ ຕອບຄຳ ບໍ່ສະຫວິດສະຫວາດ
ຄືເຄີຍເຮັດມາ ບໍ່ວ່າຕິເນ໊າະ ນ້ອງຜົວເວົ້າໃຫ້ຊິຄຽດມາຮອດອ້າຍຜົວ
ອີ່ນັ້ນກ໊ະໂພດໆ ບໍ່ເຫັນເອື້ອຍໃພ້ໃສ່ແຫວນກ້ຽງກໍ່ຫາວ່າລາວຢາກ
ສີ້ໂຄຍໃໝ່ຈຶ່ງບໍ່ຢາກໃຫ້ເຂົາຮູ້ວ່າຕົນມີຜົວແລ້ວ, ເວົ້າກັບເອື້ອຍນຶ່ງ
ແຕ່ມັນຊອດໄປເຂົ້າຫູນ້ອງໃພ້ກໍ່ເລີຍເກີດປາກສຽງກັນ.
ໃພ້ກັບແມ່ຍ່າ ກັບປ້າ ກັບອາ ມັກດ໋ອງໆແດ໋ງໆກັນແນວນີ້ລະ
ໃຄແດ່ແຕ່ຄົນລາວເນ໊າະ ເອົາເຂີຍເຂົ້າບ້ານ ບໍ່ຄ່ອຍມີເລື່ອງຂັດຂ້ອງ
ໝອງໃຈ ເປັນໃພ້ຫວຽດ ໃພ້ຈີນນ້ອງມີຄວາມອົດທົນເດີນ້ອງ...
ວານນີ້ໝົດມື້ກໍ່ໝົກໂຕຢູ່ແຕ່ໃນຫ້ອງ, "ນອນສີ້ກັນຢູ່ຫັ້ນລະ
ບໍ່ຕ້ອງກິນ...!" ນ້ອງສາວຈົ່ມເມື່ອເອື້ອຍໃພ້ບໍ່ອອກມາຊ່ອຍແຕ່ງກິນ.
ຊິແມ່ນຄືຄວາມນ້ອງສາວ, ເຫັນມີຮອຍແດງຊໍ້າຢູ່ແຖວກ້ານຄໍນ້ອງໃພ້
ຂ້ອຍອົດຖາມບໍ່ໄດ້ ກໍ່ເລີຍໄດ້ຄຳຕອບແບບຄັນໆ, "ກ໊ະສີ້ກັນ..ຈຶ່ງຊໍ້າ"
ນ້ອງໃພ້ຕອບແບບບໍ່ອາຍ. ກ໊ະຈັກຊິອາຍຫຍັງເນ໊າະ ແນວວ່າອີ່ຫຍັງໆ
ກ໊ະຮູ້ກ໊ະເຫັນຂອງກັນໝົດແລ້ວ.
"ເຂົາອາລົມບໍ່ດີກ໊ະຢ່າຊູຊີ..." ນ້ອງຊາຍຮ້າຍໃຫ້ເມື່ອຂ້ອຍອອກມາ
ຊ່ອຍມັນເລື່ອຍໄມ້ໃຫ້ທັນສົ່ງຕາມນັດ.



__________________
Anonymous

Date:
RE: ມື້ທໍ້ແທ້
Permalink   


%25E5%25B0%258F%25E5%2580%2589%25E4%25B8

ຂໍຝັນຫານ້ອງໃພ້ຈັກເທື່ອ ສອງເທື່ອກໍ່ບໍ່ຝັນເຫັນ, ຊິໄດ້ເຊົາຄິດລະເດີນ້ອງໃພ້ເອີຍຍຍຍຍຍຍ....

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard