ເຈົ້າເຄີຍບໍ່ ແບບວ່ານອນຝັນວ່າໄດ້ຝັນໄປເຮັດນັ້ນ ເຮັດນີ້ ? ຂ້ອຍມັກຝັນເລື້ອຍ
ບາງເທື່ອກໍ່ບໍ່ຈື່ຄັກປານໃດເພາະບໍ່ໄດ້ຈົດໄວ້ ລືມເອົາເຈ້ຍແລະບິກໄວ້ໂຕະຫົວຕຽງ
ປົກກະຕິແລ້ວ ຂ້ອຍຈະເອົາປຶ້ມບັນທຶກແລະບິກໄວ້ບ່ອນນັ້ນເພື່ອວ່າຕື່ນຂຶ້ນມາຈົດ
ໄວ້ກ່ອນລືມ ຖ້າລຸກອອກຈາກບ່ອນຈະລືມໄປໝົດ ເຂົາແນະນຳໃຫ້ໃຊ້ເຄື່ອງບັນທຶກ
ສຽງເພາະຫົວຕິດໝອນ ຄວາມຈຳດີກ່ວາ.
ຄືນກ່ອນໆ ໄດ້ຝັນວ່າໄປຜ່າປານຳຈຸບັກຈ່ຽງ ຂີ່ລົດໄປໄກຫລາຍກິໂລແມັດຈຶ່ງຮອດ
ໜອງແຂ້ ເຫັນຊາວບ້ານ 3-4 ຄົນ ຢືນຈັບມອງກຽມລົງຕັນປາ ລຸງຄົນນຶ່ງງວກມາ
ເຫັນພວກຂ້ອຍຈຶ່ງຮ້ອງບອກບໍ່ໃຫ້ລົງໜອງ ແຂ້ໂຕແມ່ຍັງປ້ອນນົມລູກມັນບໍ່ທັນ
ແລ້ວ ໃຫ້ໄປນອນຖ້າຢູ່ຖຽງນາກົກສົ້ມປ່ອຍ ຄະນະບ້ານມາຮອດຈຶ່ງຈະໄປປຸກມາເອົາ
ປາໄປເຮັດສົ້ມ. ພໍໄປຮອດຖຽງນາກໍ່ປາກົດວ່າມີ 2 ຄົນນອນຫົ່ມຜ້າ ຕີນເບື້ອງນຶ່ງ
ພົ້ນອອກຈາກຜ້າຫົ່ມ ເປັນຕີນເດັກນ້ອຍຜູ່ຍິງ ຕີນແຕກເຫີບ ສົງໃສບໍ່ມັກໃສ່ເກີບ,
”ແມ່ນລູກໃຜຫວາ...ອີ່ນີ້?“ ຂ້ອຍຄິດຖາມຕົນເອງໃນໃຈ. ພໍດີແມ່ເຖົ້າທີ່ນອນຂ້າງ
ອີ່ນ້ອຍເປີດຜ້າຂຶ້ນມາບອກຂ້ອຍໄປນອນຂ້າງລາວ ແລະຂ້ອຍກໍ່ລົ້ມຕົວລົງນອນຢ່າງ
ຄົນບອກງ່າຍ. ນອນຫລັບໄປຍາມໃດບໍ່ຮູ້ ແລ້ວກໍ່ຝັນວ່າໄປທ່ຽວເຈນີວາ, ແລະໄປຮູ້
ຈັກກັບນາງແບບຊື່ດັງຄົນນຶ່ງ ເວົ້າລົມກັນບໍ່ຮອດ 3 ຄຳ ນາງສາວຈູ່ເລຍກໍ່ຈູງແຂນ
ຂ້ອຍເຂົ້າຫ້ອງ ແລະເຮັດ blow job ໃຫ້ຈົນຂ້ອຍນ້ຳແຕກໃສ່ບ່ອນນອນ.
ບໍ່ໄດ້ຝັນປຽກຫລາຍຄືແລ້ວ.