LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ການກ່າຍເຈ້ຍ ໃນຍາມສອບເສັງ
Hamlei

Date:
ການກ່າຍເຈ້ຍ ໃນຍາມສອບເສັງ
Permalink   


ປະກົດການຫຍໍ້ທໍ້ອັນໜຶ່ງ ທີ່ມີໃນວົງການສຶກສາ ແຕ່ລະດັບປະຖົມສຶກສາ ຈົນເຖິງຂັ້ນ ມະຫາວິທະຍາໄລ ແມ່ນ ນັກຮຽນ-ນັກສຶກສາ ກ່າຍເຈ້ຍນ້ອຍເວລາສອບເສັງ ເປັນຂະບວນການແທ້ໆ ບໍ່ເຊື່ອ ທ່ານລອງໄປສັງເກດເບິ່ງໂລດ ຍາມມີການສອບເສັງນັ້ນ ຢູ່ຮ້ານກັອບປີ ນັກຮຽນ-ນັກສຶກສາກັອບປີເປັນແຖວ ບໍລິການຈົນບໍ່ທັນພຸ້ນລະ. ເມື່ອເຂົ້າຫ້ອງສອບເສັງກໍເຊື່ອງເຂົ້າ ບໍ່ອຶດບ່ອນເຊື່ອງ ໂດຍສະເພາະຜູ້ຍິງ ເອົາຍັດໃສ່ຕຸງສິ້ນກໍ່ແລ້ວໂລດ ຈົກເອົາກໍບໍ່ໄດ້(ອາຈານ ເຂົາເລົ່າສູ່ຟັງ). ຕໍ່ບັນການີ້ ທ່ານຄິດວ່າ ມີຫົນທາງແກ້ໄຂແນວໃດ໋ບໍ່ທີ່ເໝາະສົມ?

__________________


Senior Member

Status: Offline
Posts: 106
Date:
RE: ການກ່າຍເຈ້ຍ ໃນຍາມສອບເສັງ
Permalink   


ສະບາຍດີທ່ານຫຳແຫລ້ ກະທູ້ກ່ຽວກັບການສຶກສາ ແລະຄວາມເປັນ ລະບຽບຂອງສັງຄົມນັ້ນ ຂພຈ ກໍ່ເປັນຜູ້ໜຶ່ງທີ່ໃຫ້ຄວາມສົນໃຈ. ການ ທູຈະລິດໃນການສອບເສັງນັ້ນ ມັນແມ່ນບາດກ້າວທຳອິດ ແລະ ເປັນ ການສ້າງນິໃສຂອງຜູ້ກ່ຽວນັ້ນ ໃຫ້ເປັນຄົນໃຫ້ແກ່ຕົນເອງ ແລະສໍ້ລາດ ຫວັງຫຼວງ ເມືອພວກເຂົາໃຫຍ່ຂຶ້ນ ແລະມີໂອກາດ. ເຊິ່ງມັນເປັນບັນ ຫາສັງຄົມທີ່ພາກສ່ວນທີ່ກ່ຽວຂ້ອງຄວນ ເອົາໃຈໃສ່ ແລະຫາວິທີ່ ປ້ອງ ກັນ ແລະແກ່ໄຂ ທັງຕົ້ນ ແລະປ້າຍເຫດ.

ຂ້າພະເຈົ້າຢາກສົ່ງຂ່າວຫາບັນດາຄູ່ອາຈານ ໂດຍສະເພາະບັນດາ ອາຈານໃນລະດັບມະຫາວິທະຍາໄລ ໃຫ້ຕິດຕາມ ແລະທັນແລລ່ຽມ ແລະວິທີ່ທຸຈະລິດໃນການສອບເສັງ ຂອງບັນດານັກສຶກສາ. ຕາມປະສົບການ ແລະໄດ້ຍິນຈາກການເລົ່າຕໍ່ໆ ກັນວ່າ ເລື່ອງການ ໂກງ ການສອບເສັງມີຄື:
- ກ່າຍໝູ່ທັງສີ່ທິດ ເພາະວ່ານັກສຶກສານັ່ງຕິດກັນ ອ.ຈ ບໍ່ຍາກເສັຍເວລາຍາມຫ້ອງເສັງ
- ກ່າຍເຈັຍ ດັ່ງທ່ານຫຳແຫລ້ ໄດ້ກ່າວໄປແລ້ວວ່າ ນັກສຶກສາຈະ ເອົາເອກະສານທີ່ກ່ຽວຂ້ອງກັບວິຊານັ້ນ ໄປກົບປີໃຫ້ນ້ອຍລົງ ເພື່ອ ຄວາມສະດວກໃນຫານຊຸກເຊື່ອງ ເຊັ່ນ: ກັບໃສ່ສໍ, ກະເປົ່າເງິນ, ຕິດໃສ່ກອງມືຖື. ເສບໄວ້ໃນມືຖື ຫຼືເຄື່ອງຄິດໄລ່, ນັກສຶກສາຍິງແມ່ນ ມັກເຊືອງໄວ້ໃນກົກຂາ ໂດຍເອົາສາຍຢາງມັດໄວ້ບໍ່ໃຫ້ມັນຕົກ ແລະບ່ອນອື່ນໆ ຂອງຮ່າງກ່າຍ.
- ອັດສຽງໄວ້ໃນມືຖື ແລ້ວໃຊ້ຫູຟັງ ແບບໄລ້ສາຍ Bluethooth ນັກສຶກສາຍິງຜົມປົກຫູແລ້ວຈະບໍ່ເຫັນ. ຫຼືສົ່ງຄຳຖາມໃຫ້ໝູ່ຢູ່ຂ້າງນອກ ແລ້ວສົ່ງຄຳຕອບກັບຄືນ.
- ແລະວິທີອື່ນໆ ອີກທີ່ທ່ານສາມາດປະກອບຕື້ມ.

ວິທີແກ້:
- ອາຈານຕ້ອງເອົາຈິງເອົາຈັງ ເຈັບໄດ້ໃຫ້ຕົກທັນທີ ເພື່ອເປັນແບບຢາງ
- ຕ້ອງໃຫ້ນັ່ງຫ່າງກັນປ້ອງກັນບໍ່ໃຫ້ກ່າຍກັນໄດ້ງາຍ.
- ຕ້ອງເພີ່ມກຳມະການຍາມຫ້ອງສອບເສັງ ແລະ ກຳມະການຕ້ອງ ເອົາໃຈໃສ່ເບິ່ງນັກສຶກສາ ແລະຄ່ອຍຈັບຜິດ ບໍ່ແມ່ນນັ່ງລົມກັນ, ສົ່ງ message, ນັ່ງເງົານອນ ແລະຕ້ອງເປັນກາງ.
- ອາຈານປະຈຳວິຊາຕ້ອງເຂັມງວດບໍ່ເຫັນແກ່ເງິນເມືອຜູ້ກະທຳຜິດມາ ຂໍ້ຄະແນນ.
- ຄຳຖາມຄວາມເປັນຄຳຖາມເປີດ ຖ້າເປັນຄຳຖາມແບບປະຍຸກ ບໍ່ມີຄຳ ຕອບໃນບົດຮຽນແຫ່ງເປັນການດີ.
- ອື່ນໆ.
Rona
==========================================
Forum:
http://ronamaly.activeboard.com/
Homepage:
http://ronamaly.googlepages.com/home
Chatroom: http://ronamaly.googlepages.com/chatroom

__________________

addesign.gif



Mumber

Status: Offline
Posts: 15
Date:
RE: ການກ່າຍເຈ້ຍ ໃນຍາມສອບເສັງ
Permalink   


     ແນວວ່າເຂົາຊິຫລັກ ເຮັດແນວໃດ໋ເຂົາກະຫລັກ. ຖ້າຜູ່ຂ້າເປັນຄູອາຈານ ຜູ່ຂ້າຊິແຕ່ງຂໍ້ສອບອອກມາແບບ Open Book ມີແຕ່ຄົນທີ່ເຂົ້າໃຈບົດຮຽນເທົ່ານັ້ນຈຶ່ງສາມາດຕອບໄດ້.


__________________


Newbie

Status: Offline
Posts: 1
Date:
RE: ການກ່າຍເຈ້ຍ ໃນຍາມສອບເສັງ
Permalink   


ຄູອາຈານຕ້ອງເອົາໃຈໃສ່ເບິ່ງແຍງ ຊ່ວຍກັນກວດກາ ມັນຍາກຢູ່ເດິ້ ພະຍາຍາມເຮັດໃຫ້ໄດ້



__________________
Teacher

Date:
RE: ການກ່າຍເຈ້ຍ ໃນຍາມສອບເສັງ
Permalink   


ຖ້າຄຸອາຈານພະຍາມ ແລະຕັ້ງໃຈແລ້ວຄິດວ່າຕ້ອງເຮັດໄດ້ແນ່ນວນ ບໍ່ແມ່ນຢືນລົມໂທລະສັບແບບບໍ່ສົນໃຈ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard