LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ


Senior Member

Status: Offline
Posts: 106
Date:
ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


337A2.gif
ທ່ານນາຍົກລັດຖະມົນຕີເນັ້ນເຖິງສະພາບເສດຖະກິດ-ການເງິນສາກົນ ຜັນແປອັນໄດ້ ສົ່ງ ຜົນກະທົບຕໍ່ເສດຖະກິດຂອງລາວ, ແຕ່ຕ້ອງສູ້ຊົນສ້າງເສດຖະກິດໃຫ້ຂະຫຍາຍຕົວບັນລຸ 8% ແລະ ເງິນເຟີ້ຢູ່ໃນລະດັບ 6%, ພ້ອມເນັ້ນ 7 ວຽກງານໃຫ້ທະນາຄານປະຕິບັດ.
   ວັນທີ 29 ເມສາ 2008 ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ກ່າວຕໍ່ກອງປະຊຸມ ທະນາຄານທົ່ວປະເທດວ່າ: ປະຈຸບັນ, ສະພາບແວດລ້ອມເສດຖະກິດ- ການເງິນສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ; ເງິນໂດລາສະຫະລັດສືບຕໍ່ອ່ອນຄ່າ, ລາຄາ ນ້ຳມັນ ແລະລາຄາຄຳເຫນັງຕີງເພີ່ມຂຶ້ນໄດ້ສົ່ງຜົນໃຫ້ລາຄາສະບຽງອາຫານສູງຂຶ້ນ ອັນໄດ້ສົ່ງ ຜົນຕໍ່ຊີວິດຂອງປະຊາຊົນ. ບັນດາປະເທດໃນພາກພື້ນກໍ່ກຳລັງປະເຊີນຫນ້າກັບໄພເງິນເຟີ້ຢ່າງ ຮ້າຍແຮງ, ລາຄາສິນຄ້າສະບຽງອາຫານ, ວັດສະດຸກໍ່ສ້າງເພີ່ມຂຶ້ນຢ່າງຫລວງຫລາຍ ເຊິ່ງກຳ ລັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ເຖິງຢ່າງໃດກໍ່ຕາມ ລາວເຮົາ ຈະຕ້ອງສູ້ ເພື່ອບັນລຸຄາດຫມາຍສ້າງເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ 8% ແລະ ອັດຕາ ເງິນເຟີ້ 6%. ຂະນະດຽວກັນທ່ານນາຍົກກໍ່ໄດ້ເນັ້ນ 7 ວຽກງານໃຫ້ຂະແຫນງການທະນາຄານ ຈັດຕັ້ງປະຕິບັດຄື:
   1: ສູ້ຊົນຮັກສາ ສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໄດ້ຢ່າງຫມັ້ນຄົງຍາວນານ ອັດຕາ ແລກປ່ຽນມີຄວາມສະຫງົບປົກກະຕິເຫນັງຕີງຢູ່ໃນຂອບເຂດບໍ່ເກີນ 6% ອັດຕາດອກ ເບ້ຍສົມ ເຫດສົມຜົນຮັບປະກັນຜົນປະໂຫຍດຂອງຜູ້ຝາກ ແລະ ຜູ້ກູ້ຢືມເງິນທັງເປັນເຄື່ອງມືສຳຄັນ ສຳ ລັບການຊຸກຍູ້ສົ່ງເສີມການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
   2: ເພີ່ມທະວີຈັດຕັ້ງປະຕິບັດ ລະບຽບກົດຫມາຍໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ, ປະ ສານສົມທົບກັບຂະແຫນງການ ແລະ ທ້ອງຖິ່ນສືບຕໍ່ຈັດຕັ້ງປະຕິບັດມາດຕາການຄຸ້ມຄອງເງິນ ຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຢ່າງແຂງແຮງ ແລະກວ້າງຂວາງກວ່າເກົ່າ.
   3: ປັບປຸງກົນໄກການລະດົມທຶນ ໃຫ້ມີຫລາຍຮູບຫລາຍສີເພື່ອລະດົມທຶນຮອນໃຫ້ໄດ້ຫຼາຍ ຂຶ້ນ ສຳລັບປີ 2008 ນີ້ ໃຫ້ເພີ່ມຂຶ້ນບໍ່ຕ່ຳກວ່າ 38%, ສືບຕໍ່ວຽກງານສ້າງຕັ້ງຕະຫລາດຫລັກ ຊັບ ເພື່ອໃຫ້ຕະຫລາດຫລັກຊັບ ສາມາດສ້າງຕັ້ງຂຶ້ນໄດ້ຕາມກຳນົດເວລາໃນປີ 2010.
   4: ເພີ່ມທະວີການໃຫ້ສິນເຊື່ອເພື່ອການຜະລິດສິນຄ້າເປັນຕົ້ນແມ່ນການຜະລິດສະບຽງອາ ຫານ,ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການໃຫ້ສິນເຊື່ອໃນຂົງເຂດອຸດສາຫະກຳປຸງແຕ່ງ, ການສະຫນອງສິນເຊື່ອ ໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ທະນາຄານ ຄວນຄົ້ນຄວ້ານຳໃຊ້ທຶນທີ່ມີຫລວງຫລາຍ ໃນປະຈຸບັນເພື່ອລົງທຶນຮ່ວມທຸລະກິດຕ່າງໆ ທີ່ມີປະ ສິດທິຜົນໃນຂອບເຂດທີ່ກົດຫມາຍກຳນົດໄວ້ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ.
   5: ສືບຕໍ່ປັບປຸງໂຄງສ້າງທະນາຄານທຸລະກິດລັດ ຕາມທິດເຂັ້ມແຂງທັນສະໄຫມ. ໃນນັ້ນ ແມ່ນແກ້ໄຂຄວາມພຽງພໍຂອງທຶນ ໃຫ້ໄດ້ຕາມມາດຕະຖານສາກົນ; ຮີບຮ້ອນພັດທະນາລະບົບ IT ທີ່ທັນສະໄຫມ.
   ໃຫ້ຄົ້ນຄວ້ານຳສະເຫນີລັດຖະບານ ກ່ຽວກັບການຫັນທະນາຄານການຄ້າຕ່າງປະເທດລາວ ໄປສູ່ຮູບແບບມະຫາຊົນໂດຍໄວ ເພື່ອກຽມຄວາມພ້ອມເຂົ້າຮ່ວມເຄື່ອນໄຫວໃນຕະຫລາດຫລັກ ຊັບໃນປີ 2010.
   ໃຫ້ທະນາຄານພັດທະນາລາວ ຄົ້ນຄວ້າຮັບຮອງເອົາການປັບປຸງ ກົນໄກ, ນະໂຍບາຍສິນ ເຊື່ອໃຫ້ເປັນເອກະພາບໃນທົ່ວປະເທດໃນການຊຸກຍູ້ສົ່ງເສີມທຸລະກິດຂະຫນາດນ້ອຍແລະກາງ SME ໃຫ້ຂະຫຍາຍຕົວຢ່າງແຂງແຮງ.
   ໃຫ້ທະນາຄານນະໂຍບາຍຮີບຮ້ອນຄົ້ນຄວ້າຕອບສະຫນອງທຶນຮອນໃຫ້ແກ່ເມືອງທຸກຍາກ ແລະ ບັນດາໂຄງການຕາມທິດຊີ້ນຳຂອງລັດຖະບານ; ສູ້ຊົນຂະຫຍາຍການຈັດຕັ້ງຂອງທະນາ ຄານໃຫ້ມີຢູ່ທຸກເມືອງທຸກຍາກ ໃນປີ 2008; ສຳລັບບ່ອນໃດທີ່ມີສາຂາ ແລະ ຫນ່ວຍບໍລິການ ແລ້ວແມ່ນໃຫ້ເຄື່ອນໄຫວຢ່າງຕັ້ງຫນ້າ.
   ໃຫ້ທະນາຄານສົ່ງເສີມກະສິກຳເປັນເຈົ້າການຄົ້ນຄວ້າຕອບສະຫນອງທຶນຮອນແກ່ການຜະ ລິດກະສິກຳ ແລະ ພັດທະນາຊົນນະບົດ;
   6: ເອົາໃຈໃສ່ຊຸກຍູ້ສົ່ງເສີມການເງິນຈຸລະພາກ,ຕິດຕາມກວດກາ ກອງທຶນບ້ານຂະຫຍາຍ ຕົວຢ່າງກວ້າງຂວາງ ໃນປະຈຸບັນ ໃຫ້ເຄື່ອນໄຫວພາຍໃຕ້ລະບຽບຫລັກການ ເພື່ອຮັບປະກັນ ຄວາມເຂັ້ມແຂງ ແລະ ຍືນຍົງປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ.
   7: ເພີ່ມທະວີວຽກງານຈັດຕັ້ງພະນັກງານ, ຍູ້ແຮງຂະບວນການກໍ່ສ້າງຫນ່ວຍພັກເຂັ້ມແຂງ -ຮູ້ນຳພາຮອບດ້ານ, ປັບປຸງວຽກງານຄຸ້ມຄອງກວດກາ ໃຫ້ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ ສາມາດຊອກເຫັນສິ່ງທີ່ຜິດພາດ, ຊອກເຫັນປາກົດການຫຍໍ້ທໍ້ໃນກົງຈັກພະນັກງານ ແລະ ແກ້ ໄຂໃຫ້ທັນເວລາ; ກໍ່ສ້າງຖັນແຖວ ພະນັກງານນຳພາ, ພະນັກງານຄຸ້ມຄອງ, ພະນັກງານວິຊາ ການໃຫ້ມີຈຳນວນພຽງພໍ ແລະ ໃຫ້ມີຄວາມຮູ້ຄວາມສາມາດ, ມີທັດສະນະຫລັກຫມັ້ນຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດ, ບໍລິສຸດ ສັດຊື່ ສາມາດເຮັດສຳເລັດຫນ້າທີ່ການເມືອງ ໃນໄລຍະ ໃຫມ່.

ຄັດຈາກ ສັງຄົມ-ເສດຖະກິດ 30.04.2008


__________________

addesign.gif



Member

Status: Offline
Posts: 9
Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


ຂໍສະແດງຄວາມດີໃຈນຳປຊຊ ລາວທົ່ວໜ້າທີ່ ທ່ານນາຍົກໃຫ້ຄວາມສຳຄັນ ກັບສະຖານການເງິນ ແລະຄວາມໝັ່ນຄົງຂອງຄ່າເງິນ ເຊິ່ງມັນເປັນຕົວກຳນົດ ແລະວັດແທກນະໂຍບາຍມະຫາພາກ ຂອງບັນດານັກລົງທຶນຕ່າງໆ


__________________
ປະຊາຊົນ

Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


ແຕ່ກໍ່ຢາກໃຫ້ທ່ານ ນາຍົກລົງຫາປະຊາຊົນ ແລະຖາມສຸກດິບ ແລະຄວາມຕ້ອງການຂອງ ປຊຊ ແດ່ ເພາະວ່າ ບໍ່ເຫັນໜ້າ ປຊຊ ເຫດໃດຈະຮູ້ວ່າ ພວກເຂົາທຸກຫຼາຍຫູື ບໍ່ທຸກ.


__________________
Anonymous

Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


ທ່ານ ປະຊາຊົນ ເອີຍ ນາຍົກລົງພົບປະຊາຊົນ ເພີ່ນບໍ່ລາຍງານເຈົ້າບໍ່? ນັ້ນບໍ່ສຳຄັນເທົ່າກັບນະໂຍບາຍເພື່ອປະຊາຊົນດອກ

__________________
watches

Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


ase ensconce Omega DeVille Prestige Mens Watch 4300.31 Febreze besides other versions. discount replica watch # Add your spouse Louis Vuitton Tambour elegants Ladies Tambour 18 Watch LV011 or nipper apropos right now. If you reach married replica Cartier Santos Demoiselle 18kt White Gold Diamond Ladies Watch WF9003Y8 or think a youth Rado Ceramica Mens Watch R21537712 before you are offered replica watches for sale insurance, enclose ingredient dependents at the precise cheap Flat Six P 6340 PSE-22-844 watch replica occasion that you wind cheap Bvlgari Sotrio Collection BVLG-2-210 watch replica up insurance. accomplish not cheap Ladys Roadster Quartz CART-108-296 watch replica bring about articulation insurance paperwork until jersey cheap they are increased to RBK Nhl hockey jerseys Calgary Flames 13  KIPRUSOFF red-5440 the picture being indubitable Miami Dolphins  23 Ronnie Brown Team Color NFL Jerseys-2943 is supremely fresh immense to build in them replica watches afterwards. # Step 2 replica watch Contact your insurance provider cheap fake rolex watches for sale within 60 days of receipt wedding. Depending on rolex watch your insurance provider, you rolex watches understand a petite amount rolex watches of occasion to number a else spouse



__________________
Anonymous

Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


Admin wrote:

------------------------>



watches considering exact replica U-Boat Flightdeck UB-13-943 Bentley chronographs hold a exact replica versatile tachometer. This distinguishing imitation Romain Jerome watches form makes unaffected Miu Miu Black 6885-02-2896 easy to ploy regular Balenciaga Giant City Handbag 173084D941G-2961 speed, whatever the case designer replica handbags elapsed, the hamlet screened or the smooth reached. replica watches Such a assembly of Replica Breitling chrono ss black auto fake watch jewel watches entrust never replica watches crack external of attraction or necessity over brilliance replica watches being models, thus the replica watches deeper Bentley GMT 2009 replica watches petite distribution. The GT stands now foxy cheap Timemaster Automatic C_SWISS-9-392 watch replica Tourer, a exquisiteness of watches replica sports car fabricated by watches replica Bentley. The GT chronograph exhibits the horizontal sleek replica handbags proficiency that the Bentley replica designer handbags Continental does. The dials HERMES BIRKIN 35 SWIFT BLUE JEAN HERMSWIBLJE of the Bentley GT plane chr


ທ່ານນາຍົກລັດຖະມົນຕີເນັ້ນເຖິງສະພາບເສດຖະກິດ-ການເງິນສາກົນ ຜັນແປອັນໄດ້ ສົ່ງ ຜົນກະທົບຕໍ່ເສດຖະກິດຂອງລາວ, ແຕ່ຕ້ອງສູ້ຊົນສ້າງເສດຖະກິດໃຫ້ຂະຫຍາຍຕົວບັນລຸ 8% ແລະ ເງິນເຟີ້ຢູ່ໃນລະດັບ 6%, ພ້ອມເນັ້ນ 7 ວຽກງານໃຫ້ທະນາຄານປະຕິບັດ.
ວັນທີ 29 ເມສາ 2008 ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ກ່າວຕໍ່ກອງປະຊຸມ ທະນາຄານທົ່ວປະເທດວ່າ: ປະຈຸບັນ, ສະພາບແວດລ້ອມເສດຖະກິດ- ການເງິນສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ; ເງິນໂດລາສະຫະລັດສືບຕໍ່ອ່ອນຄ່າ, ລາຄາ ນ້ຳມັນ ແລະລາຄາຄຳເຫນັງຕີງເພີ່ມຂຶ້ນໄດ້ສົ່ງຜົນໃຫ້ລາຄາສະບຽງອາຫານສູງຂຶ້ນ ອັນໄດ້ສົ່ງ ຜົນຕໍ່ຊີວິດຂອງປະຊາຊົນ. ບັນດາປະເທດໃນພາກພື້ນກໍ່ກຳລັງປະເຊີນຫນ້າກັບໄພເງິນເຟີ້ຢ່າງ ຮ້າຍແຮງ, ລາຄາສິນຄ້າສະບຽງອາຫານ, ວັດສະດຸກໍ່ສ້າງເພີ່ມຂຶ້ນຢ່າງຫລວງຫລາຍ ເຊິ່ງກຳ ລັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ເຖິງຢ່າງໃດກໍ່ຕາມ ລາວເຮົາ ຈະຕ້ອງສູ້ ເພື່ອບັນລຸຄາດຫມາຍສ້າງເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ 8% ແລະ ອັດຕາ ເງິນເຟີ້ 6%. ຂະນະດຽວກັນທ່ານນາຍົກກໍ່ໄດ້ເນັ້ນ 7 ວຽກງານໃຫ້ຂະແຫນງການທະນາຄານ ຈັດຕັ້ງປະຕິບັດຄື:
1: ສູ້ຊົນຮັກສາ ສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໄດ້ຢ່າງຫມັ້ນຄົງຍາວນານ ອັດຕາ ແລກປ່ຽນມີຄວາມສະຫງົບປົກກະຕິເຫນັງຕີງຢູ່ໃນຂອບເຂດບໍ່ເກີນ 6% ອັດຕາດອກ ເບ້ຍສົມ ເຫດສົມຜົນຮັບປະກັນຜົນປະໂຫຍດຂອງຜູ້ຝາກ ແລະ ຜູ້ກູ້ຢືມເງິນທັງເປັນເຄື່ອງມືສຳຄັນ ສຳ ລັບການຊຸກຍູ້ສົ່ງເສີມການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
2: ເພີ່ມທະວີຈັດຕັ້ງປະຕິບັດ ລະບຽບກົດຫມາຍໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ, ປະ ສານສົມທົບກັບຂະແຫນງການ ແລະ ທ້ອງຖິ່ນສືບຕໍ່ຈັດຕັ້ງປະຕິບັດມາດຕາການຄຸ້ມຄອງເງິນ ຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຢ່າງແຂງແຮງ ແລະກວ້າງຂວາງກວ່າເກົ່າ.
3: ປັບປຸງກົນໄກການລະດົມທຶນ ໃຫ້ມີຫລາຍຮູບຫລາຍສີເພື່ອລະດົມທຶນຮອນໃຫ້ໄດ້ຫຼາຍ ຂຶ້ນ ສຳລັບປີ 2008 ນີ້ ໃຫ້ເພີ່ມຂຶ້ນບໍ່ຕ່ຳກວ່າ 38%, ສືບຕໍ່ວຽກງານສ້າງຕັ້ງຕະຫລາດຫລັກ ຊັບ ເພື່ອໃຫ້ຕະຫລາດຫລັກຊັບ ສາມາດສ້າງຕັ້ງຂຶ້ນໄດ້ຕາມກຳນົດເວລາໃນປີ 2010.
4: ເພີ່ມທະວີການໃຫ້ສິນເຊື່ອເພື່ອການຜະລິດສິນຄ້າເປັນຕົ້ນແມ່ນການຜະລິດສະບຽງອາ ຫານ,ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການໃຫ້ສິນເຊື່ອໃນຂົງເຂດອຸດສາຫະກຳປຸງແຕ່ງ, ການສະຫນອງສິນເຊື່ອ ໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ທະນາຄານ ຄວນຄົ້ນຄວ້ານຳໃຊ້ທຶນທີ່ມີຫລວງຫລາຍ ໃນປະຈຸບັນເພື່ອລົງທຶນຮ່ວມທຸລະກິດຕ່າງໆ ທີ່ມີປະ ສິດທິຜົນໃນຂອບເຂດທີ່ກົດຫມາຍກຳນົດໄວ້ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ.
5: ສືບຕໍ່ປັບປຸງໂຄງສ້າງທະນາຄານທຸລະກິດລັດ ຕາມທິດເຂັ້ມແຂງທັນສະໄຫມ. ໃນນັ້ນ ແມ່ນແກ້ໄຂຄວາມພຽງພໍຂອງທຶນ ໃຫ້ໄດ້ຕາມມາດຕະຖານສາກົນ; ຮີບຮ້ອນພັດທະນາລະບົບ IT ທີ່ທັນສະໄຫມ.
ໃຫ້ຄົ້ນຄວ້ານຳສະເຫນີລັດຖະບານ ກ່ຽວກັບການຫັນທະນາຄານການຄ້າຕ່າງປະເທດລາວ ໄປສູ່ຮູບແບບມະຫາຊົນໂດຍໄວ ເພື່ອກຽມຄວາມພ້ອມເຂົ້າຮ່ວມເຄື່ອນໄຫວໃນຕະຫລາດຫລັກ ຊັບໃນປີ 2010.
ໃຫ້ທະນາຄານພັດທະນາລາວ ຄົ້ນຄວ້າຮັບຮອງເອົາການປັບປຸງ ກົນໄກ, ນະໂຍບາຍສິນ ເຊື່ອໃຫ້ເປັນເອກະພາບໃນທົ່ວປະເທດໃນການຊຸກຍູ້ສົ່ງເສີມທຸລະກິດຂະຫນາດນ້ອຍແລະກາງ SME ໃຫ້ຂະຫຍາຍຕົວຢ່າງແຂງແຮງ.
ໃຫ້ທະນາຄານນະໂຍບາຍຮີບຮ້ອນຄົ້ນຄວ້າຕອບສະຫນອງທຶນຮອນໃຫ້ແກ່ເມືອງທຸກຍາກ ແລະ ບັນດາໂຄງການຕາມທິດຊີ້ນຳຂອງລັດຖະບານ; ສູ້ຊົນຂະຫຍາຍການຈັດຕັ້ງຂອງທະນາ ຄານໃຫ້ມີຢູ່ທຸກເມືອງທຸກຍາກ ໃນປີ 2008; ສຳລັບບ່ອນໃດທີ່ມີສາຂາ ແລະ ຫນ່ວຍບໍລິການ ແລ້ວແມ່ນໃຫ້ເຄື່ອນໄຫວຢ່າງຕັ້ງຫນ້າ.
ໃຫ້ທະນາຄານສົ່ງເສີມກະສິກຳເປັນເຈົ້າການຄົ້ນຄວ້າຕອບສະຫນອງທຶນຮອນແກ່ການຜະ ລິດກະສິກຳ ແລະ ພັດທະນາຊົນນະບົດ;
6: ເອົາໃຈໃສ່ຊຸກຍູ້ສົ່ງເສີມການເງິນຈຸລະພາກ,ຕິດຕາມກວດກາ ກອງທຶນບ້ານຂະຫຍາຍ ຕົວຢ່າງກວ້າງຂວາງ ໃນປະຈຸບັນ ໃຫ້ເຄື່ອນໄຫວພາຍໃຕ້ລະບຽບຫລັກການ ເພື່ອຮັບປະກັນ ຄວາມເຂັ້ມແຂງ ແລະ ຍືນຍົງປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ.
7: ເພີ່ມທະວີວຽກງານຈັດຕັ້ງພະນັກງານ, ຍູ້ແຮງຂະບວນການກໍ່ສ້າງຫນ່ວຍພັກເຂັ້ມແຂງ -ຮູ້ນຳພາຮອບດ້ານ, ປັບປຸງວຽກງານຄຸ້ມຄອງກວດກາ ໃຫ້ເຄື່ອນໄຫວມີປະສິດທິຜົນກວ່າເກົ່າ ສາມາດຊອກເຫັນສິ່ງທີ່ຜິດພາດ, ຊອກເຫັນປາກົດການຫຍໍ້ທໍ້ໃນກົງຈັກພະນັກງານ ແລະ ແກ້ ໄຂໃຫ້ທັນເວລາ; ກໍ່ສ້າງຖັນແຖວ ພະນັກງານນຳພາ, ພະນັກງານຄຸ້ມຄອງ, ພະນັກງານວິຊາ ການໃຫ້ມີຈຳນວນພຽງພໍ ແລະ ໃຫ້ມີຄວາມຮູ້ຄວາມສາມາດ, ມີທັດສະນະຫລັກຫມັ້ນຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດ, ບໍລິສຸດ ສັດຊື່ ສາມາດເຮັດສຳເລັດຫນ້າທີ່ການເມືອງ ໃນໄລຍະ ໃຫມ່.

ຄັດຈາກ ສັງຄົມ-ເສດຖະກິດ 30.04.2008




 



__________________
Brannaspelp

Date:
RE: ທ່ານນາຍົກ ບົວສອນຊີ້ບັນຫາເສດຖະກິດ
Permalink   


Torrents: Reality-TV Star Wars the Force Awakens ! Al Unser Games. Aral?k 2013 (1762) Seventh Son 2015 Pom Poko (1994) 720p BRRiP Three Audio YG to] 720p Lucicreide Vai pra Marte Pedro Coelho 2: O Fugitivo 1080p HD legendado Web Elements - Star Trek - La serie classica. Web Development with Jade - Tales Of Demons And Gods Chapter 159. 2014 Remix Seslitutkunum Turkey Remix Seslitutkunum Dj Kop Kop Yeni Remix Kim Possible Conan.2015.11.17.Conan.in.Armenia.HDTV.x264-CROOKS + baixar HDTS Journey to a Mother’s Room. Call of Duty 4 Modern Warfare Remastered Repack R G Mechanics - Hungarian hu.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard