LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ການທົດແທນຄ່າເສຍຫາຍເມືອງໃໝ່ ບຶງທາດຫຼວງ


Senior Member

Status: Offline
Posts: 106
Date:
ການທົດແທນຄ່າເສຍຫາຍເມືອງໃໝ່ ບຶງທາດຫຼວງ
Permalink   


 ການເວນຄືນນຳໃຊ້ທີ່ດິນສິ່ງປຸກສ້າງ ແລະ ການທົດແທນຄ່່າເສຍຫາຍຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກ
ໂຄງການເມືອງໃຫມ່ບຶງທາດຫຼວງ ແມ່ນບັນຫາຕົ້ນຕໍທີ່ພັກ ແລະ ລັດຖະບານເຮົາໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະ ຖື
ເປັນບັນຫາບູລິມະສິດທີ່ຕ້ອງໄດ້ຄົ້ນຄວ້າພິຈາລະນາຢ່າງລະອຽດຖີ່ຖ້ວນ ແລະ ເລິກເຊິ່ງສົມຄວນ ສະນັ້ນ ເພື່ອຮັບປະກັນ
ສິດຜົນປະໂຫຍດອັນຖືກຕ້ອງ ແລະ ຫມາກຜົນຕົວຈິງທີ່ປະຊາຊົນເຮົາໄດ້ສ້າງຂຶ້ນຢູ່ພາຍໃນບໍລິເວນໂຄງການດັ່ງກ່າວນັ້ນ
ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ພວກເຮົາ ຈະໄດ້ປະຕິບັດການຊົດເຊີຍ ຫຼື ທົດແທນ ແລະ ອື່ນໆໃຫ້ແກ່ຄອບຄົວ
ປະຊາຊົນຜູ້ໄດ້ຮັບຜົນກະທົບ ບົນພື້ນຖານຫຼັກການຄວາມຍຸຕິທຳ ແລະ ຄວາມເປັນຈິງ ພ້ອມທັງຮັບປະກັນໃຫ້ຊີວິດການ
ເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບນັ້ນໃຫ້ດີຂຶ້ນກ່ວາເກົ່າ ອັນນີ້ແມ່ນນະໂຍບາຍຫຼັກຂອງພັກ ແລະ ລັດຖະບານ
ພວກເຮົາ ເພື່ອຮັບປະກັນທາງດ້ານກົດຫມາຍ ນາຍົກລັດຖະມົນຕີ ກໍໄດ້ອອກຂໍ້ຕົກລົງສະບັບເລກທີ 08/ນຍ ລົງວັນທີ 30
ມັງກອນ 2008 ວ່າດ້ວຍການອະນຸມັດທີ່ດິນຢູ່ເຂດບຶງທາດຫຼວງ ຂອງນະຄອນຫຼວງວຽງຈັນ ໃຫ້ບໍລິສັດຮ່ວມທຶນລາວ-ຈີນ
ນຳ ໃຊ້ເຂົ້າໃນການພັດທະນາແບບກວມລວມ ນິຕິກຳດັ່ງກ່າວຍັງໄດ້ກຳນົດຫຼັກການພື້ນຖານ ກ່ຽວກັບຊົດເຊີຍເວນຄືນໃຫ້
ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວນີ້ ຢ່າງຈະແຈ້ງສົມຄວນ.
              1. ຫລັກການຄວາມຍຸຕິທຳ: ແມ່ນການນຳໃຊ້ລະບຽບກົດຫມາຍຕ່າງໆ ທີ່ມີໃນປັດຈຸບັນ ເຊັ່ນ: ກົດຫມາຍທີ່ດິນ
ກົດຫມາຍຜັງເມືອງ ດຳລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດ
ທະນາ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງມາ ເປັນບ່ອນອີງໃນການພິຈາລະນາ ເພື່ອກຳນົດຮູບການ ແລະ ມູນຄ່າທົດ
ແທນຄືນຄ່່າເສຍຫາຍ ວ່າຄວນຈະປະຕິບັດຄືແນວໃດ? ໂດຍບໍ່ມີການຈຳແນກຊົນຊັ້ນ ເຊື້ອຊາດ ສາດສະຫນາ ແລະ ອື່ນໆ
ເພາະຖ້າຈະອີງໃສ່ຄວາມເພິ່ງພໍໃຈ ແລະ ຄວາມຕ້ອງການຂອງບຸກຄົນແລ້ວ ແມ່ນຈະບໍ່ສິ້ນສຸດ ແລະ ບໍ່ມີຄວາມເປັນເອກະ
ພາບກັນຈັກເທື່ອ.
              2. ຫລັກການຄວາມເປັນຈິງ: ຫຼັກການນີ້ເປັນຫຼັກການທີ່ພວກເຮົາປະຕິເສດບໍ່ໄດ້ ເພາະທຸກສິ່ງທຸກຢ່າງລ້ວນ
ແລ້ວແຕ່ຫນີບໍ່ພົ້ນຄວາມຈິງ ເຊິ່ງບາງຄອບຄົວປະຊາຊົນອາດຈະບໍ່ມີຫຼັກຖານ ຫຼື ເອກະສານຢັ້ງຢືນສິດນຳໃຊ້ທີ່ດິນ (ໃບຕາ
ດິນ) ຫຼື ເອກະສານອະນຸຍາດໃຫ້ໃຊ້ທີ່ດິນ (ໃບແຜນທີ່ດິນ ໃບແຈ້ງເສຍພາສີທີ່ດິນ) ຫຼື ໃບອະນຸຍາດປຸກສ້າງ ແລະ ອື່ນໆ
ແຕ່ໃນຄວາມເປັນຈິງ ຄອບຄົວນັ້ນພັດໄດ້ດຳລົງຊີວິດ ແລະ ທຳມາຫາກິນຢູ່ໃນເຂດນີ້ກ່ອນທີ່ໂຄງການຈະເກີດມາເປັນເວລາ
ຫຼາຍຟ້າຫຼາຍປີ ແລະ ຫຼາຍໆເຊັ່ນຄົນແລ້ວ ບັນຫານີ້ພວກເຮົາກໍຕ້ອງຮັບຮູ້ ແລະ ນຳເຂົ້າມາຄົ້ນຄວ້າພິຈາລະນາເຊັ່ນກັນ.
              ບົນພື້ນຖານ 2 ຫຼັກການດັ່ງກ່າວນັ້ນ ໃນປັດຈຸບັນຄະນະຮັບຜິດຊອບພວມລົງເກັບກຳ ແລະ ສຶກສາຄົ້ນຄວ້າຂໍ້ມູນ
ຕ່າງໆ ເພື່ອກຳນົດຮູບການ ແລະ ວິທີການໃນການຊົດເຊີຍທີ່ມີຄວາມປອດໄສ ແລະ ທ່ຽງທຳທີ່ສຸດ ຄື:
                 + ຮູບການໃນການຊົດເຊີຍ: ມີ 4 ຮູບການ ເຊັ່ນ:
              - ຜູ້ທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ພາຍໃນບໍລິເວນຂອບເຂດໂຄງການ ຫຼື ເປັນຜູ້ທີ່ມີສິດນຳໃຊ້ ຫຼື ສິດໃຊ້ທີ່
ດິນຢ່າງຖືກຕ້ອງຄົບຖ້ວນຕາມລະບຽບກົດຫມາຍ ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍຢ່າງເຕັມເມັດ
ເຕັມໜ່ວຍ.
              - ຜູ້ທີ່ມີສິດນຳໃຊ້ ຫຼື ສິດໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ພຽງແຕ່ນຳໃຊ້ທີ່ດິນຢູ່ພາຍໃນບໍລິເວນ
ຂອບເຂດໂຄງການເທົ່ານັ້ນ ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍ ແຕ່ສິ່ງປຸກສ້າງ ແລະ ມູນຄ່າການ
ພັດທະນາທີ່ດິນຕອນນັ້ນຕາມຄວາມເໝາະສົມ.
              - ຜູ້ທີ່ມີເອກະສານຢັ້ງຢືນສິດນຳໃຊ້ ແລະ ສິດໃຊ້ທີ່ດິນຢ່າງຖືກຕ້ອງຄົບຖ້ວນ ແຕ່ທີ່ດິນດັ່ງກ່າວບໍ່ໄດ້ຮັບການພັດ
ທະນາຫຍັງ ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍພຽງແຕ່ຄ່າຂຶ້ນ ຫຼື ຈົດທະບຽນທີ່ດິນ.
              - ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ ຫຼື ໃຊ້ທີ່ດິນ ແຕ່ບໍ່ມີເອກະສານຢັ້ງຢືນໃດໆ ແລະ ບໍ່ໄດ້ມີການພັດທະນາຫຍັງ
ແມ່ນຈະບໍ່ໄດ້ຮັບການຊົດເຊີຍແຕ່ຢ່າງໃດ.
                 + ວິທີການໃນການຊົດເຊີຍ: ມີ 2 ວິທີການຕົ້ນຕໍ ເຊັ່ນ:
              - ຊົດເຊີຍເປັນເງິນໃຫ້ທັງຫມົດ.
              - ຊົດເຊີຍເປັນຫ້ອງເຮືອນທີ່ປຸກສ້າງຂຶ້ນໃຫມ່ຢູ່ໃນເຂດຕົວເມືອງໃຫມ່ ບວກກັບເງິນຈຳນວນຫນຶ່ງ.
              ໃນນີ້ ພັກ ແລະ ລັດຖະບານພວກເຮົາມີເປົ້າຫມາຍນຳໃຊ້ ແລະ ສົ່ງເສີມວິທີການທີ 2 ຫຼາຍກ່ວາ ເພາະຕ້ອງ
ການໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບນັ້ນ ເປັນຜູ້ຊົມໃຊ້ຄວາມຈະເລີນຂອງເຂດຕົວເມືອງດັ່ງກ່າວ ໂດຍຫັນປ່ຽນອາຊີບຈາກ
ການເຮັດນາ ມາເປັນການຄ້າ ການບໍລິການ ແລະ ອື່ນໆທີ່ໃຫ້ຜົນຕອບແທນສູງກ່ວາ ໃນໄລຍະບຸກເບີກພັດທະນາ ລັດຖະ
ບານກໍຈະຄ້ຳປະກັນການລ້ຽງຊີບໃຫ້ແກ່ຄອບຄົວປະຊາຊົນທີ່ເຮັດນາເປັນອາຊີບຕົ້ນຕໍ ເຊັ່ນ: ຄອບຄົວລຸງ "ກ" ທີ່ເຮັດນາໃນ
ປີຫນຶ່ງໄດ້ເຂົ້າກິນ 4 ໂຕນ ລັດຖະບານກໍຈະຈ່າຍເງິນຄ່າເຂົ້າໃຫ້ຄອບຄົວລຸງ "ກ" ຈົນກ່ວາຈະຊ່ວຍຄອບຄົວລຸງ "ກ" ໄດ້ເຮັດ
ອາຊີບໃຫມ່ ທີ່ສາມາດສ້າງລາຍຮັບບໍ່ໃຫ້ຫຼຸດເຂົ້າ 4 ໂຕນ/ປີ ແລະ ກໍລະນີອື່ນໆ ບັນຫານີ້ລັດເຮົາຈະມີລະບຽບການສະ
ເພາະເພື່ອປະຕິບັດ.

ຂັດຈາກ ວຽງຈັນໃໝ່ 13.03.2008


__________________

addesign.gif

ສາວເຕ້ຍ

Date:
RE: ການທົດແທນຄ່າເສຍຫາຍເມືອງໃໝ່ ບຶງທາດຫຼວງ
Permalink   


ນອກຈາກການທົດແທນຄ່າດິນ ຄ່າບ້ານແລ້ວ ເພິ່ນມີໂຄງການທົດແທນວິຊາອາຊີບຂອງຄົນທີ່ເຄີຍຫາປູຫາປາແລະອາຊີບເຮັດນາຢູ່ແຖວນັ້ນແນວໃດ໋?

__________________


Senior Member

Status: Offline
Posts: 106
Date:
RE: ການທົດແທນຄ່າເສຍຫາຍເມືອງໃໝ່ ບຶງທາດຫຼວງ
Permalink   


ຄິດວ່າລັດຖະບານຄວນມີການສົ່ງເສີມອາຊີບໃໝ່ໃຫ້ແກ່ປຊຊ ຜູ້ເຄືອງຫາປາ ແລະເຮັດນາ ມີອາຊີບ ແລະ ສາມາດດຳລົງຊີວິດຕໍ່ໄປໄດ້.



__________________

addesign.gif

Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard