LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ຈອມລ່ວງ
Edell

Date:
ຈອມລ່ວງ
Permalink   


25006156_1990203587885639_76990779816117

ຕອນຍັງນ້ອຍ ກໍ່ບໍ່ນ້ອຍປານໃດດອກ ຮຽນຢູ່ປໍ3 ຊິຂຶ້ນປໍ4 ແລ້ວລະ ແຕ່ມັກໄປນັ່ງຟັງພວກລຸ້ນອ້າຍ

ລົມກັນ ເລີກຮຽນພາກແລງ ເຂົາມັກນັ່ງຈຸ້ມກັນຢູ່ກ້ອງກົມຍົມໜ້າບ້ານອ້າຍກູ່ຊຶ່ງເປັນຫົວໜ້າຊາວໜຸ່ມ

ແລະຫົວໜ້າໜ່ວຍວັນນະຄະດີ ລາວມີເຫຼົ້າຢາອາຫານໄວ້ຕ້ອນຮ້ອນພວກຜູ່ບ່າວ-ສາວ ທີ່ມາຝຶກຊ້ອມ

ວັນນະຄະດີຢູ່ທີ່ນັ້ນ. ເຮືອນອ້າຍກູ່ມີ 3 ຊັ້ນ ແຕ່ລະຊັ້ນກ້ວາງຂວາງຫລາຍ, ແຕ່ກ່ອນ ເຮືອນຫລັງນີ້

ເປັນຂອງທ່ານນາຍພົນ ຍຶດອຳນາດການປົກຄອງແລ້ວ ເຂົາກໍ່ຍຶດເຮືອນຫລັງນີ້ມາເປັນຂອງລັດ ແລະ

ມອບໃຫ້ຊາວໜຸ່ມຊົມໃຊ້ ອ້າຍກູ່ເປັນບຸກຄົນກ້າວໜ້າ ນຳພາພວກກຳມະກອນແບກຫາມ 3 ລໍ້ ເດີນ

ຂະບວນປະທ້ວງ ແລະຂັບໄລ່ບັນດາອາດຍາເຈົ້ານາຍ ຈຶ່ງຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຊາວໜຸ່ມ ແລະ

ຊົມໃຊ້ເຮືອນຫລັງນີ້.

ພວກທີ່ມັກນັ່ງຈຸ້ມຫົວກັນລົມເລື່ອງຜູ່ສາວກໍ່ແມ່ນອ້າຍທອງ, ອ້າຍບຸນ ແລະອ້າຍໂຈ ຊຶ່ງເປັນນັກຮຽນມໍ

ຫລໍ່ກ່ວາໝູ່ແມ່ນອ້າຍໂຈ ຫຸ່ນສູງໃຫຍ່ ໜ້າຕາ 4 ລ່ຽມ ເໝືອນສິງໂຕ ແຖມຍັງມີພອນສະຫວັນດ້ານ

ດົນຕີ ແລະກິລາອີກດ້ວຍ ຜູ່ສາວຈຶ່ງຕິດຫລາຍ ແຕ່ອ້າຍນີ້ພັດມັກເຂົ້າສວນຂີ້ເໝັ້ນອ້າຍກູ່ ສາວໆຈຶ່ງອົກ

ຫັກໄປຕາມໆກັນ. ຂ້ອຍບໍ່ຮູ້ເຫັນດ້ວຍຕາຕົນເອງດອກ ໄດ້ຍິນແຕ່ພວກອ້າຍທອງ ອ້າຍບຸນ ເວ້ົາຢອກລາວ

ສັງເກດເບິ່ງກໍ່ຄືແມ່ນຄືເຂົາວ່າ ເພາະອ້າຍກູ່ທຸ້ມທຸກຢ່າງໃຫ້ອ້າຍໂຈ ຢາກໄດ້ລົດຂີ່ ຢາກໄດ້ເຄື່ອງນຸ່ງ

ເຄື່ອງປະດັບ ວ່າແຕ່ອ້າປາກຂໍ ອ້າຍກູ່ຊື້ໃຫ້ໂລດ.

ແຕ່ກ່ອນ, ອ້າຍກູ່ກໍ່ມີສະຖານະທຸກຍາກ ປູກຜັກຂາຍຊ່ອຍເອື້ອຍ ແຕ່ພໍປ່ຽນແປງລະບອບການປົກຄອງ

ປະຊາທິປະໄຕມາເປັນສັງຄົມນິຍົມ ອ້າຍກູ່ກໍ່ຮັ່ງມີຂຶ້ນໃນພິບຕາດຽວ ໄດ້ເປັນເຈົ້າຂອງເຮືອນກໍ່ 3 ຊັ້ນ

ມີລົດໂອໂຕຂີ່ ມີເງິນໃຊ້ເໝືອນເຈ້ຍ. ເຂົາວ່າ, ຕອນອ້າຍກູ່ນຳທະຫານອ້າຍນ້ອງເຂົ້າຍຶດເຮືອນນາຍພົນ

ລາວພົບເຫັນຕູ້ນິລະໄພໄວ້ຊັບສິນເງິນຄຳ ແຕ່ບໍ່ລາຍງານຂັ້ນເທິງຈຶ່ງກາຍເປັນໜູຕົກຖັງເຂົ້າສານ ແລະມີ

ອີກຫລາຍຄົນໃນຄະນະປະທ້ວງທີ່ໄດ້ດີມີເງິນໃຊ້ສະບາຍຍ້ອນຊັບສິນເງິນຄຳຂອງເຈົ້ານາຍລະບອບເກົ່າ.

ອ້າຍທອງບໍ່ຫລໍ່ ຖ້າທຽບໃສ່ອ້າຍບຸນ ແລະອ້າຍໂຈ ແຕ່ລາວມີຄາລົມ ອາດຈະເປັນຍ້ອນຕິວຢູ່ຮິມສົບ

ລຸ່ມຮູດັງໜ້ອຍນຶ່ງ ຜູ່ສາວຈຶ່ງຕິດກົ້ນໄປນຳທຸກໆແຫ່ງ ແມ້ແຕ່ຊິໄປຂີ້ກໍ່ຍັງເອີ້ນອ້າຍທອງໄປສົ່ງ.

"ມຶງຢ່າຕີລາຄາຕ່ຳ ກູຖືເຂົາເປັນນ້ອງ ເຂົາໄວ້ໃຈກູ, ບັກໜ້າຫີ !" ອ້າຍທອງດ່າອ້າຍບຸນ ເມື່ອຖືກລາວ

ຖາມຄວາມເປັນສ່ວນຕົວຂອງເອື້ອຍເພັດ. ຢູ່ກຸ່ມບ້ານຂ້ອຍມີ 2 ເພັດ, ເພັດນົມໃຫຍ່ ແລະເພັດສິວຊ້າງ.

ເພັດນົມໃຫຍ່ມັກອ້າຍທອງ ມີຫຍັງແຊບໆກໍ່ເອົາມາສູ່ອ້າຍທອງກິນ ແຕ່ອ້າຍທອງພັດຖືລາວເປັນນ້ອງ

ບໍ່ຍອມລ່ວງເກີນ ຫລືອາດຈະໄດ້ເຮັດແລ້ວ ແຕ່ບໍ່ຍອມເວົ້າໃຫ້ໝູ່ຟັງເພື່ອຮັກສາກຽດສັກສີຂອງລູກຜູ່ຍິງ

ບໍ່ຄືອ້າຍບຸນ ຈອມລ່ວງ ຂີ້ໂມ້ ໄດ້ຈັບເສື້ອກໍ່ໂມ້ວ່າໄດ້ຈັບນົມ ຈົນຖືກເຂົາໃໝໝູ ແລະເຫຼົ້າ 2 ໄຫ ຍ້ອນ

ຄວາມໂມ້ຂອງລາວ.



__________________
Anonymous

Date:
RE: ຈອມລ່ວງ
Permalink   


26187246_1003206216496998_30656467413332

ຕອນຍັງນ້ອຍ ຖືກເຂົາຕົບຫູຈົນເຫັນດາວມິ່ງໆ ຍ້ອນສວຍໂອກາດຈັບຂອງເຂົາຕອນແຫຍ້ເຂົ້າເບິ່ງກາຍະສິນສູນກາງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard