LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ການຕັດໄມ້ທ່ອນສົ່ງອອກແມ່ນໃຜຮັບຜິດຊອບ?


Newbie

Status: Offline
Posts: 1
Date:
ການຕັດໄມ້ທ່ອນສົ່ງອອກແມ່ນໃຜຮັບຜິດຊອບ?
Permalink   


ແຂວງຜົ້ງສາລີເປັນແຂວງທີ່ທຸກຍາກຫຼາຍຖ້າທຽບໃສ່ບັນດາແຂວງໃນທົ່ວປະເທດ.ແນວໃດກໍ່ດີ,ໃນສາມສີ່ປີມານີ້,ໄດ້ມີຂະ  ບວນຕັດໄມ້ທ່ອນສົ່ງອອກຢ່າງຂະໜານໃຫ່ຍໄປໃຫ້ຈີນແບບລັບ!ປະຊາຊົນຄັນທ້ອງຖີ່ນທີ່ຖືກຜົນກະທົບຈາກຂະບວນການ
ອັນນີ້ໄດ້ຕັ້ງຄຳຖາມຂື້ນມາວ່າ:ໃຜເປັນຜູ້ຮັບຜິດຊອບຕໍ່ໂຄງການນີ້?ຖ້າແມ່ນລັດຖະບານກາງເປັນຜູ້ຮັບຜິດຊອບກໍ່ຄວນບອກ
ໃຫ້ປະຊາຊົນຮູ້ນຳແດ່,ເພາະເສັ້ນທາງຄົມມະນາຄົມຂອງແຂວງນີ້ຍັງບໍທັນປູຢາງເທື່ອ,ນອກນີ້ຄວນແບ່ງລາຍໄດ້ສ່ວນນ້ອຍ
ໜື່ງໄປພັດທະນາສະພາບແວດລ້ອມຂອງຖີ່ນທີ່ຖືກຄຸກຄາມນີແດ່ກໍ່ຄົງຈະເປັນການດີ!ຖ້າບໍດັ່ງນັ້ນ,ການກະທຳອັນນີ້ຈະເປັນ  ການລັບລ້າງຄວາມເຊື່ອຖືຂອງປະຊາຊົນທີ່ມີຕໍ່ການນຳໃຫ້ນັບມື້ນັບໜ້ອຍລົງແລະໃນທີ່ສຸດຈະກ້າວໄປເຖີງການລຸກຮື້ຂື້ນຂອງ
ພໍ່ແມ່ປະຊາຊົນທ້ອງຖີ່ນໃນຂົງເຂດດັ່ງກ່າວ. ການສົ່ງໄມ້ອອກຢ່າງລັບໆຢູ່ນີ້ໝາຍເຖີງລົດບັນທຸກໄມ້ອອກໄປຈີນຈະບໍ່ໄປຜ່ານ 
ດ່ານພາສີສາກົນບໍ່ເຕັນແຕ່ຫາກອອກໄປທາງດ່ານປ່າຄາຂອງແຂວງຜົ້ງສາລີເອງ!.ລາຍຮັບຂອງແຂວງຜົ້ງສາລີຈາກການຕັດ  ໄມ້ຄັ້ງນີ້ມີເທົ່າໃດກໍ່ບໍ່ມີໃຜຮູ້???ບາງທີອາດແມ່ນແຜນການຂາຍແຂວງຜົ້ງສາລີໃຫ້ຈີນໃນໄລຍະຍາວກໍ່ບໍ່ຈັກ???

__________________
R.F
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard