LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: The Cost and Benefits of Lao Joining WTO


Senior Member

Status: Offline
Posts: 106
Date:
The Cost and Benefits of Lao Joining WTO
Permalink   


ບາງທ່ານອາດຍັງບໍເຂົ້າໃຈຄວາມໝາຍ ແລະຄວາມສຳຄັນຂອງອົງການການຄ້າໂລກແມ່ນຫຍັງ? ແຕ່ ຂພຈ ຈະຍັງບໍອະທິບາຍໃນເທືອນີ້ ເພາະວ່າມັນອາດເປັນເລືອງຍາວ ເຊິງທ່ານສາມາດອ່ານໄດ້ດ້ວຍຕົນເອງ ຈາກ www.wto.org. ຂພຈ ຈະຊໍອຸບາຍແລະຊີ້ແຈ້ງໂດຍຫຍໍ້ ຕາມຄວາມເຂົ້າໃຈຂອງຕົນເອງ ເຖີງສິງທີ່ລາວເຮົາຈະໄດ້ ແລະສິງທີ່ລາວເຮົາຈະຕ້ອງແບກຮັບພາລະ ເມືອລາວໄດ້ເປັນສະມາຊິກ WTO.
I. ປະໂຫຍດທີ່ອາດຈະໄດ້ຮັບ
- ເປັນເງືອນໄຂອັນດີໃນການດຶ່ງດູດນັກລົງທຶນຈາກຕ່າງປະເທດ.
- ສາມາດສົ່ງສິນຄ້າອອກໄດ້ເພີ່ມຂຶ້ນຈາກການລຸດອັດຕາພາສີຂອງປະເທດຄູ່ຄ້າ ແລະມີຕະຫຼາດເພື່ອຈຳນວນສິນຄ້າກວ້າງອອກ
- ສາມາດຮັບການຊ່ວຍເຫຼືອຈາກປະເທດສະມາຊິກອື່ນ ເມື່ອປະເທດປະເຊີນບັນຫາທາງດ້ານເສດຖະກິດ ແລະການເມືອງ
- ລາວເຮົາເປັນປະເທດດ້ອຍພັດທະນາ ສາມາດໄດ້ຮັບສິທິພິເສດ ແລະການຊ່ວຍຫຼືອຕ່າງໆ WTO.
- ອຸດສາຫະກຳທີ່ເນັ້ນໃຊ້ແຮງງານຈະໄດ້ປຽບຈາກຄ່າຈ້າງແຮງງານຖືກ ແລະອາດຕ້ອງການແຮງງານເພີ່ມ ເມື່ອອຸປະສົງຕໍ່ສິນຄ້ານ້ັນເພີ່ມຂຶ້ນ.

II. ຜົນກະທົບ ແລະ ພາລະຕົ້ນທຶນ
- ສະມາຊິກຕ້ອງໄດ້ປະຕິຮູບເສດຖະກິດ, ສະຖາບັນ, ອົງກ່ອນທີ່ກ່ຽວຂ້ອງຕ່າງໆ ລ້ອນແລ້ວແຕ່ໃໍຊ້ງົບປະມານ
- ຕ້ອງຫລຸດອັດຕາພາສີ ແລະສິງກີດກັນການຄ້າທີ່ບໍ່ແມ່ນພາສີ ເຮັດໃຫ້ລາຍຮັບຈາກພາສີນຳເຂົາຫລຸດລົງ
- ມີການນຳເຂົ້າສິນຄ້າຈາກຕ່າງປະເທດຫູາຍຂຶ້ນເຮັດໃຫ້ຂາດດຸນການຄ້າ ຖ້າຫາກວ່າບໍ່ມີການພັດທະນາພາກການສົ່ງອອກ
- ອຸດສາຫະກຳພາຍໃນອາດແຊ່ງຂັນກັບຕ່າງປະເທດບໍ່ໄດ້ ຕ້ອງໄດ້ປິດກິດຈະການ
- ເກີດໄພວ່າງງານອັນເນື່ອງມາຈາກການຫລຸດປະລິການການພະລິດ ຍ້ອມມີການນຳເຂົ້າຈາກຕ່າງປະເທດ
- ເລັ່ງກຳລັງການຜະລິດເພື່ອສົ່ງອອກ ເຮັດໃຫ້ທຳລາຍສິ່ງແວດລ້ອມເພີ່ມຂຶ້ນ.
- ທຶນປັບປຸ່ງໂຄງລ່າງພື້ນຖານ ແລະສິ່ງອຳນວນຄວາມສະດວນຕ່າງໆ ໃຫ້ແກ່ຜູ້ສົ່ງອອກ.

ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນເປັນຕົງຢ່າງທີ່ຄິດອອກເທົ່ານັ້ນ ມັນຫຍັງມີອີກເປັນຮ້ອຍເປັນພັນຢ່າງ ເຊິງເຮົາຈະຕ້ອງຮຽນຮູ້ກັນໄປ.

From Lao Economic Development


-- Edited by Admin at 15:09, 2008-05-22

__________________

addesign.gif



Senior Member

Status: Offline
Posts: 106
Date:
The Benefits and Costs of WTO Members Part 2
Permalink   


Part 1: mahasan.com

ຂອບໃຈທ່ານໂລນາເຫັນວ່າເປັນຂໍ້ມູນດີຫລາຍການໄດ້ເຂົ້າເປັນສະມາຊິກການຄ້າໂລກນັ້ນມີທັງຜົນດີແລະຜົນເສຍແຕ່ທຸກໆປະເທດໃນໂລກນີ້ກະຕ້ອງການຢາກເຂົ້າບໍ່ແມ່ນຫວາ? ກະສະແດງວ່າຜົນດີຫລາຍກວ່າຜົນເສຍແມ່ນບໍ່? ຈາກທ່ານ ມຫສ

ຂອບໃຈຫຼາຍທ່ານມຫສສຳຫລັບຄຳຖາມດີໆແລະເປັນທີ່ໜ້າສົນໃຈ. ຕໍ່ກັບຄຳຖາມທີ່ວ່າທຸກໆປະເທດໃນໂລກນີ້ແມ່ນຕ້ອງການຢາກເຂົ້າເປັນສະມາຊິກ WTO ບໍ່ແມ່ນບໍ? ຄຳຕອບແບບສັ້ນໆຖືກຕ້ອງແຕ່ກໍບໍ່ແມ່ນສະເໜີໄປ. ເພາະວ່າໃນທົ່ວໂລກມີ 194 ປະເທດແລະປະຈຸບັນໄດ້ເຂົ້າເປັນສະມາຊິກ WTO ໄປແລ້ວ 151 ປະເທດ (ສະມາຊິກລ້າສຸດແມ່ນ Ukraine ໃນອາທິດທີ່ຜ່ານມາ) ແລະກຳລັງເປັນປທສັງເກດການອີກ 31 ປະເທດ. ສ່ວນທີ່ຫຼາຍແມ່ນຍັງບໍ່ມີຄວາມສົນໃຈຫຼືບໍ່ຢູ່ໃນເກນ. ເພາະວ່າປະໂຫຍດອັນຫຼັກໆຂອງການເປັນສະມາຊິກນັ້ນແມ່ນສາມາດສົ່ງສິນຄ້າໄປຂາຍໃນໃນປະເທດສະມາຊິກໄດ້ໂດຍບໍ່ໄດ້ກີດກັ້ນ. ແລະສາມາດນຳເຂົ້າສິນຄ້າທີ່ຕ້ອງການແລະບໍ່ສາມາດຜະລິດໄດ້ພາຍໃນເອງຫຼືຜະລິດໄດ້ແຕ່ມີຕົ້ນທຶນສູງ. ຖ້າຫາກວ່າບໍ່ມີສິນຄ້າສົ່ງອອກມີແຕ່ນຳເຂົ້າປະເທດດັ່ງກ່າວອາດກ່າຍເປັນຫົວເມືອງຂຶ້ນຄືນໃນສະໄໝກ່ອນ. ສະນັ້ນຍັງບໍ່ສາມາດຕອບໄດ້ວ່າການເຂົ້າເປັນສະມາຊິກແລ້ວຈະມີປະໂຫຍດຫຼາຍກວ່າຜົນເສຍ.

ສະມາຊິກຖາວອນນັ້ນເປັນການເອີ້ນບັນດາປະເທດສະມາຊິກທີ່ຕັ້ງຂຶ້ນທຳອິດໃນປີ 1995 ປະກອບມີ 112 ແລະເອີ້ນບັນດາສະມາຊິກໃໝ່ທີ່ສາມາດລຸດອັດຕາພາສີແລະສິງກີດກັນການຄ້າໄດ້ 100% ເຊັ່ນກັນເພາະວ່າສະມາຊິກໃໝ່ນັ້ນຍັງມີນະໂຍບາຍອີກຫຼາຍໆຢ່າງເພື່ອເປັນການປົກປ້ອງແລະຊ່ວຍເຫຼືອໃຫ້ສາມາດແຂ່ງຂັນກັບປະເທດອື່ນໆໄດ້.

-- Edited by Admin at 09:29, 2008-05-23

__________________

addesign.gif



Newbie

Status: Offline
Posts: 2
Date:
RE: The Cost and Benefits of Lao Joining WTO
Permalink   



Sabaidee

Commie Lao Puppets Joining WTO is meaningless to our Lao in people since they do not have Lao human resource, just like Lao air line but Keo Houa Kork Kin.

Love and restpect


__________________


Member

Status: Offline
Posts: 10
Date:
RE: The Cost and Benefits of Lao Joining WTO
Permalink   


Sehen Sie hier die besten wow billig gold
Wir bieten alle wow billig gold Dienstleistungen.


__________________
lyvvvggnj

Date:
BjcMyGNcSHapr
Permalink   


otWSqF hkkciugzmvfx, cwsqygavqktd, [link=http://bajvyknzrlnq.com/]bajvyknzrlnq[/link], http://fsmmhafatrjo.com/

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard