LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ໄທ ຂໍເຈຣະຈາ ປັນເຂຕແດນ ປະເທສລາວ ກັບຝຣັ່ງເສສ


Senior Member

Status: Offline
Posts: 106
Date:
ໄທ ຂໍເຈຣະຈາ ປັນເຂຕແດນ ປະເທສລາວ ກັບຝຣັ່ງເສສ
Permalink   


ຟັງສຽງ MP3
ໃນສັປະດາ ທີ່ຜ່ານມານີ້ ເຮົາໄດ້ກ່າວເຖີງ ກາຣຕໍ່ລອງກັນ ຣະຫວ່າງໄທ ແລະຝຣັ່ງເສສ ເຣື່ອງກາຣເຈຣະຈາ ປັກປັນເຂຕແດນ ປະເທສລາວ ກັບ ຝຣັ່ງເສສ ໃນຖານະ ທີ່ລາວເປັນຫົວເມືອງຂຶ້ນ ຂອງຝຣັ່ງເສສ ທີ່ໄທສຍາມ ໄດ້ມອບໃຫ້ຝຣັ່ງເສສ ຕາມສັນຍາ ປີຄຣິສຕະສັກຣາຊ 1893 ນັ້ນ.

ໃນຄັ້ງນີ້ໄທແນມເຫັນວ່າ ຝຣັ່ງເສສ ຄົງຈະບໍ່ສາມາຖ ປົກຄອງຫົວເມືອງຂຶ້ນ ຄື ອິນໂດຈີນ ທີ່ປະກອບດ້ວຍ ວຽດນາມ, ກັມພູຊາ ແລະ ລາວ ຕໍ່ໄປອີກ ເພາະຝຣັ່ງເສສ ຖືກກອງທັພຂອງ ນາຊີເຢີຣະມັນບຸກໜັກ.

ເມື່ອໄທເຫັນວ່າ ຝຣັ່ງເສສຈະພັງທະລາຍຢູ່ແລ້ວນັ້ນ ຈຶ່ງໄດ້ສວຍໂອກາສ ຂໍເຈຣະຈາເຣື່ອງ ຊາຍແດນ ໃນຄາວທີ່ຝຣັ່ງເສສ ຕົກອັບຢູ່ນີ້. ໄທມີຄວາມໝັ້ນໃຈວ່າ ຝຣັ່ງຕ້ອງພັງທະລາຍຢ່າງ ບໍ່ມີປະຕູສູ້ ແລະໄທເປັນພັນທະມິຕ ສົງຄາມກັບຍີ່ປຸ່ນ ຈຶ່ງເຫັນວ່າ ຕົນຢືນຢູ່ໃນທ່າທີ ທີ່ເໜືອກວ່າຝຣັ່ງເສສ.

ແຕ່ຝຣັ່ງເສສ ຍັງສະແດງທ່າທີ ແຂງຢູ່ ຄືຕອບໃຫ້ຝ່າຍໄທ ຊາບວ່າ ກາຣທີ່ໄທ ຂໍເອົາກັມພູຊາ ແລະລາວ ຄືນໄປ ຢູ່ໃນຄວາມອາຣັກຂາ ຂອງໄທນັ້ນ ເຫັນວ່າເປັນເຣື່ອງທີ່ໄຮ້ສາຣະ.

ໃນຂນະທີ່ຝຣັ່ງເສສ ແລະໄທ ເຈຣະຈາ ທາງກາຣທູຕກັນຢູ່ນັ້ນ ໂຊຄຊະຕາ ຂອງຝຣັ່ງເສສ ກໍພັງທະລາຍລົງ ເພາະຖຶກກອງທັພ ຂອງນາຊີເຢີຣະມັນ ບຸກທຳລາຍ ຈົນໃນທີ່ສຸດ ຝຣັ່ງເສສ ກໍຍອມທຳສັນຍາ ສງົບເສິກ ກັບເຢີຣະມັນ ໃນວັນທີ່ 22 ກັນຍາ 1940 ຢ່າງບໍ່ມີເງື່ອນໄຂອັນໃດ ທັງນັ້ນ. ຕໍ່ມາໄດ້ 3 ວັນ ຄື ໃນ ວັນທີ່ 25 ນັ້ນ ທາງຣັຖບາລໄທ ຖຶວ່າ ໂຊຄເຂົ້າຂ້າງໂຕແລ້ວ ຈຶ່ງໄດ້ຕອບໄປ ໃຫ້ຣັຖບາລຝຣັ່ງເສສ ຊາບເປັນຂໍ້ ຂໍ້ ໄປວ່າ:

1. ຣັຖບາລໄທ ມີຄວາມພໍໃຈ ທີ່ໄດຊາບວ່າ ຣັຖບາລຝຣັ່ງເສສ ຍິນດີທີ່ຈະທຳກາຣຕົກລົງ ໃນບັນຫາຕ່າງໆ ກ່ຽວກັບ ແມ່ນ້ຳຂອງ ໃນທາງເຈຣະຈາ.

2. ສ່ວນຂໍ້ສເນີ ທີ່ໄດ້ສເນີໄປ ໂດຍໃຫ້ຖືວ່າ ເອົາລຳແມ່ນ້ຳຂອງ ເປັນເຂຕແດນ ຣະຫວ່າງໄທ ກັບອິນໂດຈີນ ຕັ້ງແຕ່ທິສເໜືອ ເຖິງທິສໃຕ້ ໄປຈົນເຖີງເຂຕ ກັມພູຊານັ້ນ ປາກົດວ່າ ຍັງບໍ່ທັນ ມີຄວາມເຂົ້າໃຈກັນ ຢ່າງຄັກແນ່ ໃນດ້ານຄວາມໝາຍ ແລະລັກສນະ ຂອງຂໍ້ສເນີນັ້ນ. ເພາະຂໍ້ສເນີນັ້ນ ເປັນພຽງ ຂໍໃຫ້ຝຣັ່ງ ເສສພິຈາຣະນາ ດ້ວຍຄວາມເປັນທັມມ໌ ແລະເພື່ອໃຫ້ຝຣັ່ງເສສ ເຫັນໃຈໄທ ແລະ ເພື່ອສ້າງຄວາມສັມພັນ ອັນດີຕໍ່ກັນ ເທົ່ານັ້ນ ໃນຖານະ ທີ່ເປັນເພື່ອນບ້ານກັນ. ຂໍ້ສເນີນັ້ນ ເປັນຂໍ້ສເນີ ຂໍໃຫ້ມີກາຣປັບປຸງ ເຂຕຊາຍແດນກັນ ໃໝ່ ເພື່ອ ປະໂຍຊນ໌ຮ່ວມກັນ ຣະຫວ່າງ ໄທ ແລະ ຝຣັ່ງເສສ. ຂໍ້ສເນີນັ້ນ ບໍ່ມີສ່ວນກ່ຽວຂ້ອງ ກັບສະພາພກາຣ ຣະຫວ່າງ ປະເທສ ອັນມີຄວາມວຸ່ນວາຍ ສັບສົນ ກັບຢູ່ ແລະບໍ່ພົວພັນ ກັບສະພາພກາຣ ຫຼື ບັນຫາກາຣຣັກສາ ອິນໂດຈີນ ໄວ້ໃຫ້ຢູ່ໃນສະພາພເດີມ ແຕ່ຢ່າງໃດ.

ໃນຂນະດຽວກັນນັ້ນ ຝຣັ່ງເສສ ກໍອອກຖແລງຂ່າວ ກະຈາຍໄປ ທົ່ວໂລກວ່າ ຣັຖບາລຝຣັ່ງເສສ ພ້ອມທີ່ ຈະໃຫ້ສັຕຍາບັນສັນຍາ ບໍ່ຣຸກຣານກັນ ທັນທີ ໂດຍທີ່ສັຕຍາບັນ ທີ່ຝຣັ່ງເສສ ວ່າຈະໃຫ້ນັ້ນ ຍັງບໍ່ທັນມາເຖິງ ກຣຸງເທພ, ຝຣັ່ງເສສ ກໍສເນີຂຶ້ນວ່າ ຈະໃຫ້ສັຕຍາບັນ ທາງໂທຣະເລຂ ຝຣັ່ງ ເສສກໍຢືນຢັນຢູ່ວ່າ ຈະໃຫ້ສັຕຍາບັນ ເສັຍກ່ອນ ຄນະກັມມະກາຣ ຈຶ່ງປະຊຸມກັນໄດ້. ຄນະກັມມະກາຣນີ້ ກໍບໍ່ມີອານາເຂຕ ອັນໃດທີ່ຈະຕົກລົງ ກັບຣັຖບາລໄທ ນອກຈາກ ຈະແບ່ງເກາະດອນ ໃນລຳແມ່ນ້ຳຂອງ ໃຫ້ເປັນໄປ ໂດຍຍຸຕິທັມມ໌ ເທົ່ານັ້ນ.

ນອກຈາກນີ້ແລ້ວ ຝຣັ່ງເສສຍັງຢືນຢັນ ບໍ່ຮັບຮູ້ຄຳຮຽກຮ້ອງ ຂອງຣັຖບາລໄທ ທີ່ໄທໄດ້ຮຽກຮ້ອງ ເອົາເຂຕອື່ນໆ ຊຶ່ງປະເທສໄທ ໄດ້ຍື່ນຂໍໄປ ເມື່ອວັນທີ່ 22 ເດືອນກັນຍາ 1940 ນັ້ນອີກດ້ວຍ.

ໃນຂນະທີ່ມີກາຣຕໍ່ຣອງ ເຈຣະຈາກັນຢູ່ນີ້ ໄທ ແລະ ຝຣັ່ງເສສ ກໍເກີດຜິດຖຽງກັນຂຶ້ນ ໂດຍຕ່າງຝ່າຍ ຕ່າງກ່າວຫາ ຊຶ່ງກັນແລະກັນ. ແຕ່ເມື່ອສັງເກຕ ເບີ່ງເຫຕກາຣ ພາຄຕົວຈິງແລ້ວ ອາຈຈະເປັນຝ່າຍໄທ ເກາະຜິດ ຂຶ້ນກ່ອນ ເພາະໄທເຫັນວ່າ ຝຣັ່ງເສສປຣາໄຊຍ໌ສົງຄາມ ໃຫ້ແກ່ ກອງທັພນາຊີເຢີຣະມັນ ຢູ່ແລ້ວ ຝຣັ່ງເສສ ຄົງຈະບໍ່ມີກຳລັງອັນໃດ ໃນອິນໂດຈີນ ທີ່ຈະຕໍ່ສູ້ກັບໄທໄດ້ ຫຼືບຸກໂຈມຕີໄທ ໄດ້ຄືແຕ່ກ່ອນ. ອັນນີ້ຄື ຂະນວນສົງຄາມ ຣະຫວ່າງໄທ ແລະຝຣັ່ງເສສ ທີ່ໄທກໍ່ຂຶ້ນ ຊຶ່ງລາວເປັນຜູ້ຣັບເຄາະ. ອັນນີ້ແຫລະເພີ່ນຈຶ່ງວ່າ: ມັ່ງກິນໝາກຂາມປ້ອມ ໄປຄາກົ້ນກະຕ່າຍຕາຍ.

ເຮົາຂໍຍຸຕິຣາຍກາຣປະວັຕສາຕລາວ ປະຈຳສັປະດາໄວ້ແຕ່ພຽງເທົ່ານີ້ກ່ອນ ພົບກັນໃໝ່ໃນສັປະດາໜ້າ ສະບາຍດີ.

ຈັດສເນີ ທ່ານໂດຍ: ວຽງໄຊ

From
RFA.org



-- Edited by Admin at 15:03, 2008-04-30

__________________

addesign.gif

replica watches

Date:
replica watches
Permalink   




r depending Cartier Roadster Steel Automatic Mens W62025V3 on the models and Cartier Tank Divan 18kt Yellow Gold Mens W6300856 outlet materials used in manufacturing. some websites offer discounts on certain models replica handbags or if you purchase replica handbags Gucci Indy Medium Top Handle Bag Rust 185566 for sale a large quantities you can also get them at discounted rates. replica designer handbags fake Chanel handbags would be your right fake Cartier bags option if you want to enhance your look but with limited budget. it replica Hublot Big Bang Mens 301.SB.131.SB will add special glitz replica watches to you without having to pay too much. authentic handbags may cost you hundreds even watch replica thousands of dollars, while cheap Breitling Aeromarine SuperOcean Steelfish BREIT-24-116 watch replica replica ones cost much less. good quality replica designer buy Omega Seamaster Planet Ocean XL Mens 2210.51 designer bags handbags can Cartier Replica Watches be about $200-$500, reasonable quality is around $100-$200 and poor


__________________


Member

Status: Offline
Posts: 10
Date:
RE: ໄທ ຂໍເຈຣະຈາ ປັນເຂຕແດນ ປະເທສລາວ ກັບຝຣັ່ງເສສ
Permalink   


all courses. Kicked out of school. Prepare Pop."

Two days later he received a response: "Pop prepared. Prepare yourself."
www.aliexpress.com/store/product/2013-Taurababe-summer-girl-T-shirt-freeshipping/109717_916976027.html

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard