LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວມົ້ງ ປະທ້ວງ ໃຫ້ທາງການ ທ້ອງຖິ່ນ ຂໍໂທດ


Senior Member

Status: Offline
Posts: 106
Date:
ຊາວມົ້ງ ປະທ້ວງ ໃຫ້ທາງການ ທ້ອງຖິ່ນ ຂໍໂທດ
Permalink   


ຊາວມົ້ງ, ກຸ່ມສນັບສນູນ ການປະທ້ວງ, ຮຽກຮ້ອງ ໃຫ້ເຈົ້າເມືອງ ແລະ ຫົວໜ້າ ຕຳຣວດ ເມືອງ ມຽວວອກກີ, ຣັຖ ວິດສ໌ກ໊ອນຊິນ ຂໍໂທດ ທີ່ໃຊ້ ຄວາມເວົ້າ ບໍ່ເໝາະສົມ ກັບຜູ້ຕ້ອງຫາ.

ຜູ້ນຳ ຊາວມົ້ງ ແລະ ກຸ່ມທີ່ສນັບສນູນ ທີ່ທຳການປະທ້ວງ ຕໍ່ໜ້າ ໂຮງການເມືອງ ເມືອງ ມຽວວອກກີ (Milwaukee) ຣັຖ ວິດສ໌ກ໊ອນຊິນ (Wisconsin) ອີກໃໝ່ ໃນມື້ ວັນອັງຄານ ນີ້ ເພື່ອຕ້ອງການ ຄຳຂໍໂທດ ຈາກເຈົ້າເມືອງໆດັ່ງກ່າວ. ທ່ານ ທອມ ບາແຣ໊ຕ (Tom Barrett) ແລະ ຫົວໜ້າ ຕຳຣວດ ທ່ານ ເອດເວີດ ຟລິນ໌ (Edward Flynn) ໃນການໃຊ້ຄວາມເວົ້າ ທີ່ບໍ່ເໝາະສົມ ໃນການຕອບໂຕ້ ການປະທ້ວງ ໃນການຈັບກຸມ ຄົນມົ້ງ ວ່າງເດືອນກອ່ນ. ນອກຈາກນັ້ນ ຊາວມົ້ງ ກຸ່ມດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ທາງການ ຣັຖ ວິດສ໌ກ໊ອນຊິນ ປະຕິບັດ ຕໍ່ປະຊາຄົມ ຊາວມົ້ງ ຢ່າງເປັນທັມ, ປາສຈາກ ການດູຖູກ ດູມິ່ນ ເຊື້ອຊາດ ເຜົ່າພັນ.

ເຮື້ອງຣາວ ມີຢູ່ວ່າ ວ່າງເດືອນກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ ຕຳຣວດ ທີ່ເມືອງ ວິດສ໌ກ໊ອນຊິນ ໄດ້ຈັບ ນາຍ ຄົວມົວ (Koua Moua) ອາຍຸ 40 ປີ ຖານຂັບຣົຖ ດ້ວຍຄວາມມຶນເມົາ. ທາງການ ຕຳຣວດ ໃຫ້ການວ່າ ນາຍ ກົວມົວ ປະຕິເສດ ແລະຕ້ານການຈັບກຸມ ຈຶ່ງມີ ການທະເລາະກັນຂື້ນ. ເຈົ້າໜ້າທີ່ ຢ້ານ ຄວາມບໍ່ປອດພັຍ ຈື່ງໃຊ້ ວີທະຍຸ ຕຳຣວດ ຕີ ນາຍ ກົວມົວ, ເຮັດໃຫ້ລາວ ໄດ້ຮັບ ບາດເຈັບ ທີ່ດັງ ແລະ ຕາ, ຍີບ 10 ເຂັມ. ຈຶ່ງເຮັດໃຫ້ ປະຊາຄົມ ຊາວມົ້ງ ບໍ່ພໍໃຈ ຈຶ່ງມີ ການປະທ້ວງ ເກີດຂຶ້ນ, ຕູ່ວ່າ ເຈົ້າໜ້າທີ່ ຕຳຣວດ ໃຊ້ມາຕການ ທີ່ຮຸນແຮງ ເກີນໄປ ໃນການຈັບກຸມ ຈຶ່ງຕ້ອງການ ຄວາມເປັນທັມ ຈາກທາງການ; ແຕ່ແທນທີ່ ຈະໃຫ້ ຄວາມເປັນທັມ, ເຈົ້າເມືອງ ໆ ມຽວວອກກີ ແລະ ຫົວໜ້າ ຕຳຣວດ ເມືອງດັ່ງກ່າວ ພັດກ່າວ ຕໍ່ສື່ມວນຊົນວ່າ ການກະທຳ ຂອງເຈົ້າຫນ້າທີ່ ຕຳຣວດ ໃນມື້ນັ້ນ ເປັນ ການເໝາະສົມ ແລະ ກໍ່ຖືກຕ້ອງ ຕາມກົດເກນ ຕ່າງໆ ຂອງເຈົ້າຫນ້າທີ່ ເພາະປ້ອງກັນ ຄວາມປອດພັຍ ຕົວເອງ ໃນເວລານັ້ນ; ແຕ່ ທ່ານ ໃຊ້ຄຳເວົ້າ ທີ່ວ່າ ກົມຕຳຣວດ ບໍ່ແມ່ນ ກະສອບຊາຍ ສຳລັບ ການຕົບຕ່ອຍ ຈາກກຸ່ມຄົນ ກຸ່ມໃດກຸ່ມນຶ່ງ. ຜູ້ທີ່ຢາກສ້າງ ວິມານ ຈາກເຫດການ ທີ່ເປັນອັນຕຣາຍ ແກ່ຊີວີດ ຂອງເຈົ້າໜ້າທີ່ ຕຳຣວດ. ຄຳເວົ້າ ດັ່ງກ່າວ ສ້າງຄວາມ ບໍພໍໃຈ ແກ່ຊາວມົ້ງ ເປັນອັນມາກ ຈຶ່ງຕ້ອງການ ການຂໍໂທດ.

From RFA.org



__________________

addesign.gif

Hmong

Date:
RE: ຊາວມົ້ງ ປະທ້ວງ ໃຫ້ທາງການ ທ້ອງຖິ່ນ ຂໍໂທດ
Permalink   


ເປັນຄະດີທີ່ເທົ່າໃດແລ້ວ ໄດ້ຍິນວ່າລາວສູງມີຄະດີກັບຄົນເຂົ້າເອງຫຼາຍເທືອແລ້ວ ຄິດວ່າຕຳຫຼວດຄົງຈະປະຕິບັດ ຕາມໜ້າທີ່ ຖ້າຫາກວ່າຜູ້ກະທຳຜິດບໍ່ຄັດຄືນແລ້ວ ອາດບໍ່ເກີດເລື່ອງຫຍັງ.



__________________


Mumber

Status: Offline
Posts: 15
Date:
RE: ຊາວມົ້ງ ປະທ້ວງ ໃຫ້ທາງການ ທ້ອງຖິ່ນ ຂໍໂທດ
Permalink   


ສຳລັບຂ້ານ້ອຍ ຄິດວ່າເຈົ້າໜ້າທີ່ຕຳຣວດເພິ່ນມີຈັນຍາພຽງພໍ ຖ້າບໍ່ມີການຂັດຂືນຫລືໃຊ້ຄຳເວົ້າອັນຫຍາບຊ້າໃສ່ເພິ່ນກ່ອນ ເພິ່ນຄົງຈະບໍ່ລົງໄມ່້ລົງມືດອກ.

__________________
Anonymous

Date:
RE: ຊາວມົ້ງ ປະທ້ວງ ໃຫ້ທາງການ ທ້ອງຖິ່ນ ຂໍໂທດ
Permalink   


ຢູ່ໃສກໍຕ້ອງລະມັດລະວັງຄຳເວົ້າຄຳວ່າ ໂດຍສະເພາະພີນ້ອງຊາວມົ້ງເດີ. ຈັງ ໜ້ອຍຈະໄດ້ ເປັນຂ່າວຂອງ ລາວສະຕາດອກລະ...55555555



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard