LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ຮູບແບບການລົງທຶນຂອງໂຄງການສ້າງຕົວເມືອງໃໝ່


Senior Member

Status: Offline
Posts: 106
Date:
ຮູບແບບການລົງທຶນຂອງໂຄງການສ້າງຕົວເມືອງໃໝ່
Permalink   


 ຜູ້ທີ່ໄດ້ຮັບຟັງການເຜີຍແຜ່ກ່ຽວກັບໂຄງການພັດທະນາແບບກວມລວມ ຫຼື ໂຄງການສ້າງຕົວເມືອງໃໝ່ບຶງທາດ
ຫຼວງ ຢູ່ນະຄອນຫຼວງວຽງຈັນ ກໍຄົງຈະເຂົ້າໃຈດີແລ້ວວ່າ ຈຸດປະສົງ ແລະ ລະດັບຄາດໝາຍ ຫຼື ແນວທາງຂອງພັກ-ລັດຖະ
ບານ ຕໍ່ການພັດທະນາປະເທດຊາດ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ແມ່ນເພື່ອຫຍັງກັນແທ້.
              ທາດແທ້ຂອງໂຄງການ ແມ່ນເພື່ອສ້າງໃຫ້ນະຄອນຫລວງວຽງຈັນ ເປັນໄປຕາມ 6  ສໍ ຄື: ສະຫງົບສຸກ ສີຂຽວ
ສະອາດ ສະຫວ່າງ ສີວິໄລ ແລະ ສະເໜ່ ສະນັ້ນ ຫາກໂຄງການນີ້ສຳເລັດເມື່ອໃດ ແນ່ນອນ ຢາກຫລືບໍ່ຢາກ ແມ່ນຈະເຮັດ
ໃຫ້ນະຄອນຫລວງວຽງຈັນ ເພີ່ມຄວາມທັນສະໄຫມ ແລະ ສີສັນແຫ່ງການພັດທະນາ ສົມກັບເປັນເມືອງເອກຂອງປະເທດ
ລາວເຮົາ ເພື່ອຢາກໄດ້ຄືແນວນັ້ນ ລັດຖະບານລາວ ຈຶ່ງພະຍາຍາມຊອກຫາທຶນຮອນດ້ວຍຫຼາຍຮູບຫຼາຍສີ ໂດຍສະເພາະ
ແມ່ນຊຸກຍູ້ໃຫ້ນັກລົງທຶນຕ່າງປະເທດເຂົ້າມາລົງທຶນ.
              ສະເພາະໂຄງການສ້າງຕົວເມືອງໃຫມ່ ຢູ່ນະຄອນຫລວງວຽງຈັນ ແມ່ນໂຄງການລົງທຶນຂອງລັດຖະບານລາວ
ເຮົາ ໂດຍການນຳໃຊ້ທີ່ດິນໃຫ້ເປັນທຶນ ຊຶ່ງໃນນີ້ແມ່ນອົງກອນບໍລິຫານງານຮ່ວມ ຫລື ບໍລິສັດຮ່ວມທຶນ ລາວ-ຈີນ ເປັນຜູ້
ຮັບຜິດຊອບໃນການລົງທຶນພັດທະນາໂຄງການທັງຫມົດ ດັ່ງທີ່ໄດ້ກຳນົດໄວ້ຢູ່ໃນສັນຍາແມ່ ບໍລິສັດຮ່ວມທຶນ ລາວ-ຈີນ
ແມ່ນປະກອບດ້ວຍ 2 ພາກສ່ວນຕົ້ນຕໍ ຄື: ວິສາຫະກິດຂອງຝ່າຍລາວ ແລະ ວິສາຫະກິດຂອງຝ່າຍຈີນ ໃນນີ້ ວິສາຫະກິດ
ຂອງຝ່າຍລາວພວກເຮົາ ລັດຖະບານໄດ້ຕົກລົງມອບໃຫ້ລັດວິສາຫະກິດພັດທະນາ ແລະ ບໍລິການທີ່ດິນ ເປັນຜູ້ເຂົ້າຮ່ວມໃນ
ການຄຸ້ມຄອງ-ບໍລິຫານໂຄງການ ສ່ວນວິສາຫະກິດຂອງຝ່າຍຈີນ ແມ່ນປະກອບດ້ວຍ 3 ບໍລິສັດ ຄື: ບໍລິສັດລົງທຶນຕ່າງປະ
ເທດນິຄົມອຸດສາຫະກຳຊູໂຈ ຈຳກັດ ບໍລິສັດລົງທຶນພັດທະນາຕົວເມືອງຊູໂຈ ຈຳກັດ ແລະ ກຸ່ມບໍລິສັດວິສະວະກຳກໍ່ສ້າງ
ຢູນນານ.
              ບໍລິສັດຮ່ວມທຶນລາວ-ຈີນ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານລະບຽບກົດຫມາຍຂອງ ສປປ ລາວ ຊຶ່ງດຳ
ເນີນການ ແລະ ເຄື່ອນໄຫວທຸລະກິດໃນຮູບແບບບໍລິສັດ ຈຳກັດ ຕາມທີ່ໄດ້ກຳນົດໄວ້ໃນຂີດຫນ້າຫນຶ່ງ ຂໍ້ 2 ມາດຕາ 11
ຂອງກົດຫມາຍວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຊ ລົງວັນທີ 9 ພະຈິກ 2005 ມູນຄ່າການລົງທຶນໃນເບື້ອງຕົ້ນ
ຂອງບໍລິສັດຮ່ວມທຶນລາວ-ຈີນ ແມ່ນ 300 ລ້ານໂດລາສະຫະລັດ ໃນນັ້ນປະກອບເປັນທຶນຈົດທະບຽນ 100 ລ້ານໂດລາ
ສະຫະລັດ ແລະ ຄາດວ່າມູນຄ່າການລົງທຶນຂອງບໍລິສັດອາດຈະເພີ່ມຂຶ້ນເປັນ 800 ລ້ານໂດລາສະຫະລັດ ໂດຍອີງຕາມ
ຄວາມຄືບຫນ້າຂອງໂຄງການແຕ່ລະໄລຍະ ປະເພດກິດຈະກຳ ໃນການດຳເນີນທຸລະກິດຂອງບໍລິສັດຮ່ວມທຶນລາວ-ຈີນ
ແມ່ນລົງທຶນໃສ່ໃນການກໍ່ສ້າງພື້ນຖານໂຄງລ່າງທັງຫມົດ ພາຍໃນຂອບເຂດຕົວເມືອງໃຫມ່ ເພື່ອນຳໃຊ້ເຂົ້າໃນການດຳ
ເນີນກິດຈະການຕ່າງໆ ເຊັ່ນ: ທີ່ຢູ່ອາໄສ ອຸດສາຫະກຳສະອາດ ການຄ້າ ການບໍລິການ ການສຶກສາ ສາທາລະນະສຸກ
ແລະ ອື່ນໆຢູ່ໃນເຂດຕົວເມືອງໃຫມ່ ຕາມລະບຽບກົດຫມາຍຂອງ ສປປ ລາວ ອະນຸຍາດ ສຳລັບອັດຕາສ່ວນຫຸ້ນຂອງແຕ່ລະ
ຝ່າຍ ແລະ ລະບຽບການຄຸ້ມຄອງບໍລິຫານບໍລິສັດຮ່ວມທຶນນັ້ນ ແມ່ນໄດ້ກຳນົດສະເພາະຢູ່ໃນສັນຍາຮ່ວມທຶນ ແລະ ກົດລະ
ບຽບຂອງບໍລິສັດ ບັນດາເອກະສານທັງຫມົດເຫລົ່ານັ້ນ ແມ່ນລ້ວນແລ້ວແຕ່ສ້າງຂຶ້ນພາຍໃຕ້ລະບຽບກົດຫມາຍຂອງ ສປປ
ລາວ.

ຈາກ ວຽງຈັນໃໝ່ ວັນທີ່ 28.02.2008


__________________

addesign.gif

Anonymous

Date:
RE: ຮູບແບບການລົງທຶນຂອງໂຄງການສ້າງຕົວເມືອງໃໝ່
Permalink   


ທ່ານສົມສະຫວາດ ເລັ່ງສະຫວັດ ເປັນຊ່າງແປງຣົຖຖີບທີ່ມີຄວາມສາມາດສະຫລາດສ່ອງໃສຫລາຍ

ກ້າສ່ຽງເອົາດິນດອນຕ່ອນຫຍ້າທີ່ປະຊາຊົນທໍາມາຫາກິນລ້ຽງຊີບໄປແລກປ່ຽນກັບສະໜາມກິລາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard