LaoForum ລາວໂຟຣາມ ເວບໄຊເພື່ອຄົນລາວ

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນກີບແຂງ... ກຳລັງຊື້ອ່ອນ ສາຍເຫດມາຈາກໃສ?


Member

Status: Offline
Posts: 20
Date:
ເງິນກີບແຂງ... ກຳລັງຊື້ອ່ອນ ສາຍເຫດມາຈາກໃສ?
Permalink   


currency
ເປັນບັນຫາທີ່ຫຼາຍຄົນຕັ້ງຂຶ້ນ ເພາະມັນບໍ່ລ່ອງຊ່ອງກັບກົດເກນ ແນວວ່າເງິນແຂງຕົວ ກຳລັງຊື້ມັນຕ້ອງດີຂຶ້ນ
ແຕ່ພັດກົງກັນຂ້າມ ຫລືວ່າສະພາບເງິນເຟີ້ເກີດຂຶ້ນແລ້ວ? ເມື່ອເປັນເຊັ່ນນີ້ ໃຜຈະໃຫ້ຄຳຕອບທີ່ຊັດເຈນ ແລະ ຄວນມີ
ມາດຕະການແກ້ໄຂຢ່າງໃດ? ມິດງຽບຢູ່ເຊັ່ນນີ້ ຈະດີຫລືບໍ່?
              ນັ້ນຄືຄຳຖາມທີ່ສັງຄົມຕັ້ງຂຶ້ນນໍ? ໃນຄວາມເປັນຈິງແລ້ວເຫັນວ່າ ອັດຕາການແລກປ່ຽນລະຫວ່າງເງິນກີບ ກັບ
ເງິນໂດລາສະຫະລັດ ສອງ-ສາມເດືອນມານີ້ມີການປ່ຽນແປງຫລາຍ ໂດຍທີ່ເງິນກີບແຂງຕົວຂຶ້ນຢູ່ໃນລະດັບ 8 ພັນກ່ວາ
ກີບຕໍ່ຫນຶ່ງ ໂດລາສະຫະລັດ... ສ່ວນເງິນບາດໄທກໍຢູ່ໃນລະດັບ 28-29 ພັນກີບຕໍ່ 100 ບາດ ຫາກເບິ່ງອັດຕາແລກ ປ່ຽນຈະເຫັນວ່າ ເງິນກີບແຂງຕົວຂຶ້ນເລັກຫນ້ອຍ... ແຕ່ມາເບິ່ງສິນຄ້າຕາມທ້ອງຕະຫລາດພັດບໍ່ເປັນຈັ່ງວ່າ ລາຄາສູງ ຂຶ້ນນັບມື້.
              ບໍ່ວ່າແນວອື່ນ ເວົ້າສະເພາະແນວຢູ່ແນວກິນທີ່ລ້ຽງປາກລ້ຽງທ້ອງໃນແຕ່ລະວັນກ່ອນນໍ? ດຽວນີ້ເຂົ້າສານຈ້າວ
ປະເພດຫນຶ່ງ ຂາຍຫມື່ນລະ 65.000 ກີບ ເຂົ້າສານຫນຽວປະເພດຫນຶ່ງ ຂາຍຫມື່ນລະ 60.000 ກີບ ຊີ້ນຫມູປະເພດ
ຫນຶ່ງ 33 ພັນກີບຕໍ່ຫນຶ່ງກິລາ ຊີ້ນຄວາຍປະເພດຫນຶ່ງລາຄາ 34 ພັນກີບຕໍ່ຫນຶ່ງກິໂລ ຊີ້ນງົວປະເພດຫນຶ່ງລາຄາ 36 ພັນ
ກີບຕໍ່ຫນຶ່ງກິໂລ ປານິນກະຊັງ ລາຄາ 18 ພັນກີບຕໍ່ຫນຶ່ງກິໂລ... ລາຄານີ້ແມ່ນຢູ່ທ້ອງຕະຫລາດນະຄອນຫລວງກ່ອນປີ
ໃຫມ່ລາວເນີ! ຫລັງປີໃຫມ່ບໍ່ຮູ້ວ່າຈະຮັກສາລະດັບນີ້ໄວ້ໄດ້ຫລືບໍ່?
              ຫາກເວົ້າເຖິງຄວາມເດືອດຮ້ອນແລ້ວ ຜູ້ອາໄສເງິນເດືອນ ຫລື ສັງຄົມມັກເວົ້າວ່າ:  ມະນຸດກິນເງິນເດືອນ ແມ່ນ
ກະທົບໄວທີ່ສຸດ ບໍ່ແມ່ນແຕ່ເງິນເດືອນເປັນເງິນກີບເນີ! ເງິນເດືອນຮັບເປັນໂດລາກໍແຮ່ງເຕັກນໍ? ຍົກບັນຫານີ້ຂຶ້ນມາບໍ່
ແມ່ນອື່ນໄກ ພຽງແຕ່ໃຫ້ຮູ້ແລ້ວພ້ອມກັນຫາມາດຕະການແກ້ໄຂ ເຊິ່ງໃນດ້ານມະຫາພາກແລ້ວເຫັນວ່າ ພາກສ່ວນກ່ຽວ
ຂ້ອງທີ່ຮັບຜິດຊອບຂົງເຂດເສດຖະກິດ ຄວນໄດ້ອອກມາຊີ້ແຈງວ່າ ສາຍເຫດມາຈາກໃສ? ແລະ ມີວິທີແກ້ໄຂຢ່າງໃດ?.
              ສ່ວນເບື້ອງສັງຄົມທົ່ວໄປຄົງຕ້ອງແນະນຳຕັກເຕືອນກັນເລື່ອງໃຊ້ຈ່າຍ ໂດຍມີການວາງຂໍ້ກຳນົດເລື່ອງເພດານ
ການໃຊ້ຈ່າຍອັນຈຳເປັນ ຄວນຈ່າຍ ແລະ ອັນໃດຄວນໂຈະໄວ້ກ່ອນ... ເວົ້າລວມແລ້ວກໍແມ່ນການປະຢັດມັດທະຍັດຫັ້ນ
ລະນໍ? ຍາມຫຍຸ້ງຍາກແນວນີ້ ຫາກທຸກຝ່າຍພ້ອມກັນປະຢັດ ແລະ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ມັນກໍຜ່ານຜ່າໄປ
ໄດ້ ພ້ອມກັນນັ້ນພວກເຮົາຕ້ອງຮັບຮູ້ວ່າ: ເສດຖະກິດທົ່ວໂລກມັນຖົດຖອຍ ບໍ່ແມ່ນເປັນແຕ່ບ້ານເຮົາ...  ລາຄານ້ຳມັນພຸ່ງ
ສູງຂຶ້ນເລື້ອຍໆ... ຄ່າເງິນໂດລາກໍອ່ອນຕົວ ອາຫານການກິນໃນໂລກກໍຂາດເຂີນ ຍ້ອນຄົນເກີດມາຫລາຍ... ການຜະລິດ
ກະສິກຳຫລຸດລົງ ຍ້ອນໄພທຳມະຊາດທີ່ເກີດຈາກນ້ຳມືມະນຸດເອງ ເປັນຕົ້ນແມ່ນບັນຫາໂລກຮ້ອນ... ບັນຫານ້ຳຖ້ວມ...
ພາຍຸ... ແຫ້ງແລ້ງ ເຮັດໃຫ້ລາຄາເຂົ້າກິນແພງຂຶ້ນທົ່ວໂລກ ຈາກຜົນດັ່ງກ່າວ ແນ່ນອນມັນກໍກະທົບເຖິງປະເທດເຮົາຢ່າງ
ຫລີກລ້ຽງບໍ່ໄດ້.
              ດັ່ງນັ້ນ ພວກເຮົາຕ້ອງຮັບຮູ້ສາຍເຫດນອກໂຕ ແລະ ໃນໂຕ ຈຶ່ງຈະເຂົ້າໃຈບັນຫາລະອຽດຖີ່ຖ້ວນ ບໍ່ຫວັ່ນໄຫວ
ຄອນແຄນນໍ? ຄິດວ່າຫາກພວກເຮົາຮ່ວມມືຮ່ວມໃຈກັນປະຢັດມັດທະຍັດ ທຸກສິ່ງທຸກຢ່າງກໍຈະສາມາດຜ່ານຜ່າໄປໄດ້...
ອຸປະສັກ ຫລື ບັນຫາເກີດຂຶ້ນມາເພື່ອໃຫ້ແກ້ໄຂ... ທຸກຢ່າງຍ່ອມມີທາງອອກທີ່ດີ.

ຂັດຈາກ ວຽງຈັນໃໝ່ 18.04.2008


-- Edited by Admin at 11:12, 2008-04-19

__________________
ນັກສຶກສາ

Date:
RE: ເງິນກີບແຂງ ກຳລັງຊື້ອ່ອນ ສາຍເຫດມາຈາກໃສ?
Permalink   


ທ່ານຄົງຈະຕິດຕາມອັດຕາແລກປ່ຽນເປັນປະຈຳ ແລະເຫັນວ່າການທີ່ເງິນກີບແຂງ ເມືອທຽບກັບເງິນໂດລາ ສະຫະລັດ ແລະເງິນກີບອ່ອນເມື່ອທຽບກັບເງິນບາດຈາກຕົ້ນປີທ່ີຜ່ານມາ.

ແຕ່ໃນຄວາມເປັນຈິງແລ້ວເງິນກີບຂອງເຮົາບໍ່ໄດ້ແຂງຄ່າຂຶ້ນໃນຕົວມັນເອງ. ແຕ່ໃຈຄວາມເປັນຈິ່ງແລ້ວເງິນກີບ ນັ້ນມັນມີແນວໂນມອ່ອນຄ່າຢູ່ຕະຫຼາດເວລາ ໂດຍອີກຕາມເສດຖະກິດຂອງປະເທດ ແລະຄວາມຕ້ອງການ ເງິນຕາຕ່າງປະເທດ. ການທີ່ເງິນກີບມີສະເຖຍລະພາບດີໃນສອງ ສາມປີທີ່ຜ່ານມານັ້ນກໍ່ຍ້ອນການ ຄວາມຄຸ່ມ ອັດຕາແລກປ່ຽນ ແລະການບໍລິຫານເງິນຕາຕ່າງປະເທດຂອງທະນາຄານກໍ່ຄືການສະໜອງຂອງທະນາຄານ ການຄ້າເປັນໄປຢ່າງມີແຜນການ ແລະມີປະສິດທີພາບ.

ການທີ່ເງິນກີບອອ່ນຄ່າເມືອທຽບກັບເງິນບາດແລ້ວ ທ່ານຈະເຫັນວ່າ ເງິນບາດນ້ັນມັນໄດ້ແຂງຄ່າມາຕະຫຼອດ ຂອງປີທີ່ຜ່ານມາ ໃນຂະນະທີ່ພື້ນຖານເສດຖະກິດຂອງໄທນັ້ນບໍ່ໄດ້ຂະຫຍາຍຕົວດີປານໃດ. ມັນອາດເປັນ ສັນຍານເຕືອນໄພຂອງເຫດການວິກິດຈະໃກ້ເຂົ້າມາ. ບອກກັບວ່ານິໃສຄົນລາວຍັງນິຍົມຖືເງິນບາດ ໄວ້ເປັນຊື ໃນການແລກປ່ຽນພາຍໃນປະເທດ. ເຮັດໃຫ້ປະລິມານເງິນບາດນັ້ນຂາດແຄນໃນລະບົບທະນາຄານ ເຊິ່ງເປັນ ແຫຼ່ງສະໜອງເງິນບາດໃຫ້ແກ່ຜູ້ນຳເຂົ້າຈາກປະເທດໄທ.

ວິທີແກ້ໄຂທີ່ອາດເຮັດໄດ້:
1. ຄວາມຄຸ່ມການໃຊ້ຈ່າຍໃນທອງຕະຫຼາດເພື່ອໃຫ້ເງິນຕາເຂົ້າສູ່ທະນາຄານ
2. ທະນາຄານກາງຕ້ອງມີນະໂຍບາຍ ແລະມາດຕະການແຊງແຊກ (ແຕ່ບໍ່ແມ່ນຄອບຄຸ່ມ) ອັດຕາແລກປ່ຽນ ບໍ່ໃຫ້ໜັງຕິງຫຼາຍປ້ອງກັນບໍ່ໃຫ້ມີການຄ້າກຳໄລຈາກອັດຕາແລກປ່ຽນ ໂດຍເຮັດໜ້າທີ່ເປັນທັງຜູ້ຊື້ ແລະຜູ້ຂາຍ
3. ຮັກສາພາວະເງິນເຟີບໍ່ໃຫ້ສູງເກີນໄປ ໂດຍສະເພາະສິນຄ້າກະຕຸ່ນເພື່ອເກງກຳໄລ
4. ສົ່ງເສີມສິນຄ້າສົ່ງອອກ ແລະຊອກຫາຕະຫຼາດໃໝ່ໆ ໃນປະເທດເພື່ອນບ້ານໂດຍສະເພາະປະເທດໄທ
5. ໃຫ້ເງິນກູ້ດອກເບຍຕຳ່ແກ່ຜູ້ຜະລິດເພື່ອການສົ່ງອອກ ແລະຊ່ວຍເຫຼືອດ້ານວິຊາການ ເພື່ອພັດທະນາ ສິນຄ້າ ໃຫ້ແທດເໜາະກັບຄວາມຕ້ອງການຕະຫຼາດ ແລະເພີ່ມປະສິດທິພາບໃນການຜະລິດຕໍ່ຂະໜາດອີກດ້ວຍ.



__________________
mens iwc watches

Date:
gucci handbag
Permalink   



g silver replica handbags jewelry products. These awesome Replica Designers Handbags G130738 designed jewelry products are replica handbags equally popular among boys and girls. cheap Rolex replica watches on sale Nowadays, even elderly people watches replica have started loving them high replica watches due to their elegance, simplicity and style. fake rolex watch outlet That means these products Fake Longines designer watches can be a perfect Fake Roger Dubuis watches Valentine's Day gift for anyone (your friends, your siblings, luxury swiss as well as your replica watches parents or grandparents). The Chopard Mille Miglia Titanium Black Rubber Chronograph Mens Watch 16/8407 for sale stylish look, innovative designs, and beautiful crystals LouisVuitton Wallets & Purse Epi Leather embedded in sterling silver replica handbags makes a perfect piece LouisVuitton Wallets & Purse handbags for gifting. Popular Links Of London in replica Chloe Wallets bags this range are Links replica bags Of London bracelets, Links Prada Gold leather-in-rows handbag 61103-05 Of London rings, Links Of London necklaces, L



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard